ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ວົ​ງ​ແຄບ ຄັ້ງ​ທີ 28

(VOVWORLD) -ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ວົງແຄບ ຄັ້ງທີ 28 ຖືກໄຂຂຶ້ນໃນວັນທີ 16 ມີນາ ຕາມຮູບການທາງໄກ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນກວັກແຄ໊ງ ນຳໜ້າຄະນະ ພ້ອມດ້ວຍຜູ້ຕາງໜ້າກະຊວງການຕ່າງປະເທດ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມນຳດ້ວຍ.
ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ວົ​ງ​ແຄບ ຄັ້ງ​ທີ 28 - ảnh 1ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຈິ່ນກວັກແຄ໊ງ (ພາບ: moit.gov.vn)

ໃນກອງປະຊຸມ, ບັນດາລັດຖະມົນຕີເສດຖະກິດ ອາຊຽນ ໄດ້ຮັບຮອງເອົາ 19 ຂໍ້ລິເລີ່ມບຸລິມະສິດຮ່ວມມືເສດຖະກິດຂອງ ກຳປູເຈຍ ໃນປີປະທານ ອາຊຽນ 2022. ບັນດາຂໍ້ລິເລີ່ມດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນໂດຍອີງໃສ່ 04 ການກຳນົດທິດຕົ້ນຕໍ ເຊິ່ງລວມມີ: ເພີ່ມທະວີການເຊື່ອມຕໍ່ດີຈີຕອນ, ວິທະຍາສາດ ແລະ ເຕັກໂນໂລຢີ; ຮັດແຄບໄລຍະຫ່າງພັດທະນາເສດຖະກິດກ່ຽວກັບກຳລັງແກ້ງແຍ້ງຂອງ ອາຊຽນ; ສ້າງ ອາຊຽນ ໃຫ້ຮອບດ້ານ, ຍືນຍົງ ແລະ ມີກຳລັງແກ້ງແຍ້ງ; ເຕີບໂຕ ແລະ ພັດທະນາ ອາຊຽນ ເຊື່ອມໂຍງ. ກອງປະຊຸມກໍໄດ້ເປັນເອກະພາບບັນດາບຸລິມະສິດປະຈຳປີ 2022 ໃນຂົງເຂດເສດຖະກິດ ເຊິ່ງລວມມີ 151 ເນື້ອໃນທີ່ແຕກຕ່າງກັນ, ໃນຂົງເຂດການຄ້າສິນຄ້າ, ການຄ້າການບໍລິການ, ການລົງທຶນ, ຊັບສິນທາງປັນຍາ, ການຄ້າເອເລັກໂຕນິກ; ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ…

        ກ່າວຄຳເຫັນທີ່ກອງປະຊຸມ, ຕາງໜ້າຄະນະຜູ້ແທນ ຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມຈະສືບຕໍ່ຮ່ວມມືກັບບັນດາປະເທດສະມາຊິກ ອາຊຽນຢ່າງແໜ້ນແຟ້ນ ເພື່ອປະຕິບັດເປົ້າໝາຍລວມຂອງປະຊາຄົມເສດຖະກິດ ອາຊຽນ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍເນັ້ນໜັກເຖິງເປົ້າໝາຍປັບປຸງລະບົບສະໜອງ ແລະ ຫັນເປັນຫຼາຍຮູບຫຼາຍແບບຂອງ ອາຊຽນ ແນໃສ່ຮັບມືກັບສິ່ງທ້າທາຍທີ່ບໍ່ອາດຄາດຄະເນລ່ວງໜ້າໄດ້ໃນອະນາຄົດ, ຮັກສາການພັດທະນາເສດຖະກິດແບບຍືນຍົງ. ບົນພື້ນຖານນັ້ນ, ຫວຽດນາມ ສະເໜີໃຫ້ບັນດາປະເທດ ອາຊຽນ ເປັນເອກະພາບກ່ຽວກັບວິທີສຳຜັດຕົວຈິງໃນການເຈລະຈາຍົກລະດັບ ສັນຍາການຄ້າສິນຄ້າ ອາຊຽນ (ATIGA) ແນໃສ່ນຳມາເຊິ່ງມູນຄ່າເພີ່ມຢ່າງແທ້ຈິງໃຫ້ແກ່ວິສາຫະກິດຂອງບັນດາປະເທດ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ