ໄຂກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ວົງແຄບຄັ້ງທີ 26

(VOVWORLD) -ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືຫຼາຍເນື້ອໃນສຳຄັນ, ກວດກາ, ຮັບຮອງເອົາ ແລະ ສືບຕໍ່ຜັນຂະຫຍາຍໃນປີອາຊຽນ 2020, ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ.

ໄຂກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ວົງແຄບຄັ້ງທີ 26 - ảnh 1ບັນດາຜູ້ແທນຕີລາຄາສູງວຽກງານກະກຽມຂອງປະເທດເຈົ້າພາບຈັດຕັ້ງຫວຽດນາມ

(ພາບປະກອບ: TTXVN)

ວັນທີ 10 ມີນາ, ຢູ່ນະຄອນດ່ານັ້ງ, ໄດ້ໄຂກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ວົງແຄບຄັ້ງທີ 26 (AEM ວົງແຄບ 26). ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ນຕ໊ວນແອັງ  ເປັນປະທານກອງປະຊຸມ. ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືຫຼາຍເນື້ອໃນສຳຄັນ, ກວດກາ, ຮັບຮອງເອົາ ແລະ ສືບຕໍ່ຜັນຂະຫຍາຍໃນປີອາຊຽນ 2020, ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ. ໃນນັ້ນລວມມີບັນດາບຸລິມະສິດຂອງຫວຽດນາມ ກ່ຽວກັບເນື້ອໃນເສດຖະກິດໃນການຮ່ວມມືອາຊຽນ ເພື່ອລາຍງານຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 (ຄາດວ່າຈະຈັດຕັ້ງຢູ່ດ່ານັ້ງ ໃນລະຫວ່າງວັນທີ 06 – 09 ເມສາ 2020). ບັນດາບຸລິມະສິດດັ່ງກ່າວ ບົນພື້ນຖານແມ່ນອີງໃສ່ 3 ການກຳນົດທິດຕົ້ນຕໍຄື:ຊຸກຍູ້ການຮ່ວມສຳພັນ ແລະ ເຊື່ອມຕໍ່ເສດຖະກິດພາກພື້ນພາຍໃນກຸ່ມອາຊຽນ; ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ; ຍົກສູງກຳລັງຄວາມສາມາດໃນການຮັບມື ແລະ ປະສິດທິຜົນການເຄື່ອນໄຫວຂອງອາຊຽນ. ໃນສະພາບໂລກລະບາດ Covid-19 ພວມຜັນແປຢ່າງສັບສົນນັ້ນ, ຝ່າຍຫວຽດນາມ ໄດ້ຍົກອອກຂໍ້ສະເໜີວ່າ: ອາຊຽນ ຄວນຮ່ວມມືກັນກະທຳເພື່ອແນໃສ່ຮັກສາລະບົບສະໜອງໃນອາຊຽນ, ສ້າງເງື່ອນໄຂໜູນຊ່ວຍແຫຼ່ງສະໜອງວັດຖຸໃຫ້ແກ່ບັນດາວິສາຫະກິດ, ພິເສດແມ່ນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ.

          ກ່ອນໜ້ານັ້ນ, ບັນດາຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ລັດຖະມົນຕີເສດຖະກິດອາຊຽນ ວົງແຄບ ກັບສະພາໃຫ້ຄຳປຶກສາດຳເນີນທຸລະກິດອາຊຽນ.      ບັນດາຜູ້ແທນລັດຖະມົນຕີເສດຖະກິດບັນດາປະເທດສະມາຊິກອາຊຽນ, ເຈົ້າໜ້າທີ່ເສດຖະກິດບັນດາປະເທດ ແລະ ນັກຊ່ຽວຊານດ້ານເສດຖະກິດຂອງສະພາໃຫ້ຄຳປຶກສາດຳເນີນທຸລະກິດອາຊຽນ ທີ່ເຂົ້າຮ່ວມໄດ້ຕີລາຄາສູງວຽກງານກະກຽມຂອງປະເທດເຈົ້າພາບຈັດຕັ້ງຫວຽດນາມ, ປະທານອາຊຽນ 2020.

ຕອບກັບ

ຂ່າວ/ບົດ​ອື່ນ