ໄຂກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ

ໄຂກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ - ảnh 1
(ພາບປະກອບ)
(vovworld) -     ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 08/03 ຢູ່​ນະຄອນຫຼວງຮ່າ​ໂນ້ຍ. ກອງ​ປະຊຸມ​​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ຜູ້​ແທນ 10 ປະ​ເທດ​ອາ​ຊຽນ, ​ເລຂາທິການ​ໃຫຍ່​ອາ​ຊຽນ. ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ຈະ​ເຫັນ​ດີ​​ເປັນ​ເອກະ​ພາບ​ບັນດາມາດ​ຕະການເພື່ອ​ປະຕິບັດການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ຢ່າງ​ລະອຽດ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ ຫວູຮຸຍ​ຮວ່າງ ນຳ​ໜ້າ​ຈະ​ມີ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ໃຫ້​ແກ່​ກອງ​ປະຊຸມ, ດ້ວຍ​ຈຸດປະສົງ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ລະຫວ່າງ​ກຳປູ​ເຈຍ, ລາວ, ມຽນມາ, ຫວຽດນາມ ກວ່າ​ອີກ; ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົມຊ້ອນ​ຂອງ​ບັນດາ​ປະ​ເທດ​ນີ້ ​ເພື່ອ​ຮັດ​ແຄບຊ່ອງ​ຫວ່າງພັດທະນາ​ກັບ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ຢູ່​ທີ່​ນີ້, ຫວຽດນາມ ຈະຍົກ​ອອກ 5 ຂໍ້​ສະ​ເໜີ​ຕື່ມ​ອີກກ່ຽວ​ກັບ​ໂຄງການ​ຮ່ວມ​ມື ​ໂຄງການ​ດຳ​ເນີນ​ງານກຳປູ​ເຈຍ, ລາວ, ມຽນມາ, ຫວຽດນາມ ​ໃໝ່ (ພ້ອມ​ກັບ​ 11 ຂໍ້​ສະ​ເໜີທີ່​ມີ​ຢູ່​ແລ້ວ) ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ພ້ອມ​ກັນ​ສຸມ​ໃສ່​ປຶກສາ​ຫາລື, ຊອກ​ຫາ​ການ​ໜູນ​ຊ່ວຍ​ຈາກ​ບັນດາຄູ່​ຮ່ວມ​ມື​ພັດທະນາ.
ຂ່າວ/ບົດ​ອື່ນ