ໄຂກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ48

ໄຂກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ48 - ảnh 1
ໄຂ​ກອງ​ປະ​ຊ​ຸມ​ລັດ​ຖ​ະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 48

(vovworld)- ຕອ​ນ​ເຊົ້າ​ວັນ​ທີ3/8 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ ປະ​ເທດ​ລາວ ໄດ້​ດຳ​ເນີນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 48 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ, ຮອງ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ 10 ປະ​ເທດ ອາ​ຊຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ເລ​ເລືອງ​ມີງ, ບັນ​ດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ອາ​ຊຽນ. ທ່ານ ເຈີນ​ຕວນ​ແອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ. ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ຄື: ຫັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ສັງ​ລວມ​ປີ 2025 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ດ້ວຍ​ການ​ກຳ​ນົດ​ກົນ​ໄກ, ແຜນ​ວຽກ​ງານ​ລະ​ອຽດ, ລະ​ບົບ​ການ​ປະ​ສານ​ງານ ແລະ ຕິດ​ຕາມ​ຕີ​ລາ​ຄາ​ໝາກ​ຜົນ​ຢ່າງ​ເປັນ​ລະ​ບົບ. ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ການ​ຄ້າ​ໃນ​ອາ​ຊຽນ, ພິ​ເສດ ແມ່ນ​ຫລຸດ​ຜ່ອນ ແລະ ກ້າວ​ໄປ​ເຖິງ​ການ​ລົບ​ລ້າງ​ບັນ​ດາ​ຂໍ້​ຕິດ​ຂັດ ເພື່ອ​ຮັບ​ປະ​ກັນ​ການ​ຄ້າ​ພາຍ​ໃນ​ກຸ່ມ​ຢ່າງ​ສະ​ດວກ ແລະ ມີ​ແຫລ່ງ​ທຶນ​ຕ່ຳ. ຢືນ​ຢັນ​ຄືນ​ຫລັກ​ການ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ອາ​ຊຽນ ແລະ ຮັບ​ປະ​ກັນ​ເລື່ອງ​ກາຍ​ເປັນ​ໃຈ​ກາງ​ຂອງ​ອາ​ຊຽນ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກັບ​ບັນ​ດາ​ຄູ​່​ຮ່ວມ​ມື.

ຕອບກັບ

ເມກດາລາ ຄຳປະດິດ

ບັນດາກອງປະຊຸມອື່ນ ໆ ເດ

ເມກດາລາ ຄຳປະດິດ

ຂອບໃຈ ໄດ້ຮັບຄວາມຮູ້ທີ update.

ຂ່າວ/ບົດ​ອື່ນ