ໄຂກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດ ອາຊຽນ

ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ປະຈຳ​ ກຳປູ​ເຈຍ​ ໃຫ້ຂ່າວ​ວ່າ. ກອງ​ປະຊຸມວົງ​ແຄບລັດຖະມົນຕີການ​ຕ່າງປະ​ເທດ ອາ​ຊຽນ ​ໄດ້ຖືກ​ໄຂ​ຂື້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 11 ມັງກອນ​ຢູ່​ນະຄອນ Siem Reap ປະ​ເທດ ກຳປູ​ເຈຍ. ນີ້​ແມ່ນ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີຄັ້ງ​​ທຳ​ອິດຢ່າງເປັນ​ທາງ​ການ​ໂດຍ ກຳປູ​ເຈຍ ​ເປັນ​ປະທານ​ໃນ​ປີ​ນີ້​ດ້ວຍ​ຖານະ​ຕຳ​ແໜ່​ງ​ເປັນ​ປະ​ທານ​ ອາຊຽນ. ສະ​ນັ້ນ, ກອງ​ປະຊຸມ​ມີ​ບົດບາດ​ສຳຄັນ​ໃນວຽກ​ງານ​ສ້າງ​ຄວາມ​ເປັນເອກະ​ພາບ ​ແລະ ກະ​ກ່ຽມ​ເນື້ອ​ໃນ, ​​ໂຄງການ​ດຳ​ເນີນ​ງານ​ໃຫ້​ແກ່ບັນດາກອງ​ປະຊຸມ​ຂັ້ນ​ສູງ​ ອາ​ຊຽນ ​ແລະ ກອງ​ປະຊຸມ​ຂັ້ນ​ສູງຄັ້ງ​ຕ່າງໆ​ທີ່​ກ່ຽວຂ້ອງ​​ເຊິ່ງຈະ​ຈັດ​ຂື້ນ​​ໃນ​ປີ 2012 ນີ້. ບັນດາຫົວ​ຂໍ້​ຂອງ​ກອງ​ປະຊຸມ ອາ​ຊຽນ ​ໃນ​ປີ​ 2012 ນີ້​ໂດຍ​ປະ​ເທດ​ເຈົ້າພາບ ກຳປູ​ເຈຍ ຍົກ​ອອກ​ມານັ້ນ​ແມ່ນ “  ອາ​ຊຽນ, ປະຊາ​ຄົມ​ໜື່ງ,  ຮ່ວມ​ຊາຕາກຳ ”  ຫົວ​ຂໍ້​ດັ່ງກ່າວສ່ອງ​ແສງ​ເຖິງບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງໂຄງການ​ດຳ​ເນີນ​ງານ​ເຊິ່ງ ກຳປູ​ເຈຍ ​ໃຫ້​ບຸລິມະສິດ​ ນັ້ນ​ແມ່ນ​ຊຸກຍູ້​ການ​ເຊື່ອມ​ໂຍງ​ພາຍ​ໃນ​ພາກ​ພື້ນ ​ແລະ ການ​ຮ່ວມ​ມື​ໃນ ອາ​ຊຽນ ຍິ່ງກວ່າ​ອີກ, ​ເພີ່ມ​ທະວີ​ການເຊື່ອມ​ຕໍ່ ອາ​ຊຽນ, ມຸ່ງ​ໄປ​ສູ່ການ​ປະຕິບັດ​ຈຸດໝາຍ​ກໍ່ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ​ ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງນີ້ .
ຂ່າວ/ບົດ​ອື່ນ