ໄຂ​ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນປະ​ເທດ​ອາຊຽນ: ຮ່ວມ​ມື​ເພື່ອຄວາມ​ໝັ້ນ​ຄົງ​ແບບ​ຍືນ​ຍົງ

(VOVWORLD) -ໃນຂອບເຂດກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ (ADMM Retreat) ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນເປີດກ້ວາງ (ADMM+) ໃນລະຫວ່າງ ວັນທີ 17 – 18 ພະຈິກ, ຕອນເຊົ້າວັນທີ 17 ພະຈິກ, ກອງປະຊຸມ ADMM Retreat ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ບາງກອກ, ປະເທດໄທ.
ໄຂ​ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນປະ​ເທດ​ອາຊຽນ: ຮ່ວມ​ມື​ເພື່ອຄວາມ​ໝັ້ນ​ຄົງ​ແບບ​ຍືນ​ຍົງ - ảnh 1 ກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ 

ດ້ວຍຫົວຂໍ້ “ຄວາມໝັ້ນຄົງແບບຍືນຍົງ”, ກອງປະຊຸມ ADMM Retreat ແລະ ADMM + ຄັ້ງທີ 6 ຄາດວ່າຈະສຸມໃສ່ປຶກສາຫາລືກ່ຽວກັບນິຍາມຄວາມໝັ້ນຄົງແບບຍືນຍົງ ເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງໃນການປ້ອງກັນປະເທດ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການຮ່ວມມືດ້ານຄວາມໝັັ້ນຄົງ ລະຫວ່າງ ອາຊຽນ ກັບ ບັນດາປະເທດຄູ່ຮ່ວມມື ເຈລະຈາ ໃນທຸກໆດ້ານ. ບັນດາການປຶກສາຫາລື ຈະໄດ້ຈັດຕັ້ງໃນ 7 ຂົງເຂດຮ່ວມມື ລວມມີ: ໜູນຊ່ວຍມະນຸດສະທຳ ແລະ ກູ້ຊ່ວຍໄພທຳມະຊາດ, ຄວາມໝັ້ນຄົງໃນການເດີນເຮືອ, ເສນາຮັກ, ຕ້ານການກໍ່ການຮ້າຍ, ຮັກສາສັນຕິພາບ, ການເຄື່ອນໄຫວມະນຸດສະທຳ ແລະ ຄວາມໝັ້ນຄົງດ້ານເຄືອຂ່າຍອິນເຕີແນັດ. ຕາມວົງການນັກສັງເກດການແລ້ວ, ບັນດາຄວາມໝັ້ນຄົງຢູ່ທະເລຕາເວັນອອກຈະແມ່ນໜຶ່ງໃນບັນດາບັນຫາທີ່ດຶງດູດຄວາມສົນໃຈຂອງບັນດາການນຳທະຫານ ອາຊຽນ ແລະ ບັນດາຄູຮ່ວມມືແຖວໜ້າຂອງ ໂລກຫຼາຍທີ່ສຸດ.

        ຫຼັງຈາກ ກອງປະຊຸມ ADMM+ ຄັ້ງທີ 6 ສິ້ນສຸດລົງໃນວັນທີ 18 ພະຈິກ, ຫວຽດນາມຈະສືບຕໍ່ຮັບຕຳແໜ່ງປະທານ ADMM ແລະ ADMM+ ຕໍ່ຈາກໄທ.

ຕອບກັບ

ຂ່າວ/ບົດ​ອື່ນ