ໄຂກອງປະຊຸມວິສາມັນຄັ້ງທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

(VOVWORLD) - ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ: ທີ່ກອງປະຊຸມ, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາ 4 ເນື້ອໃນ, ເຊິ່ງລວມມີ: ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ); ຮ່າງມະຕິກ່ຽວກັບບາງກົນໄກ, ນະໂຍບາຍພິເສດສະເພາະ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ...
ໄຂກອງປະຊຸມວິສາມັນຄັ້ງທີ 5, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV - ảnh 1ການນຳ ຫວຽດນາມ ທີ່ພິທີໄຂ

ຕອນເຊົ້າວັນທີ 15 ມັງກອນ, ທີ່ຫໍສະພາແຫ່ງຊາດ, ສະພາແຫ່ງຊາດ ຊຸດທີ XV ໄດ້ໄຂກອງປະຊຸມຄັ້ງທີ 5 ຢ່າງສົມກຽດ. ເຂົ້າຮ່ວມພິທີໄຂ, ມີທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫວໍວັນເຖືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບບັນດາແຂກຖືກເຊີນ ແລະ ສສຊ ກ່ວາ 400 ທ່ານ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ: ທີ່ກອງປະຊຸມ, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາ 4 ເນື້ອໃນ, ເຊິ່ງລວມມີ: ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ); ຮ່າງມະຕິກ່ຽວກັບບາງກົນໄກ, ນະໂຍບາຍພິເສດສະເພາະ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ, ຍູ້ໄວຄວາມຄືບໜ້າໃນການປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດ ( ຕາມລຳດັບ, ລະບຽບການກະທັດລັດ); ບາງເນື້ອໃນສຳຄັນ, ຮີບດ່ວນກ່ຽວກັບການເງິນ, ງົບປະມານ.

        ກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ຕາມທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລ້ວ, ນີ້ແມ່ນຮ່າງກົດໝາຍໃຫຍ່, ມີຄວາມໝາຍ ແລະ ສຳຄັນພິເສດໃນຊີວິດທາງດ້ານການເມືອງ, ເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາສິ່ງແວດລ້ອມຂອງປະເທດຊາດ; ມີຜົນກະທົບຢ່າງເລິກເຊິ່ງ, ກ້ວາງຂວາງເຖິງປະຊາຊົນທຸກຊັ້ນວັນນະ ແລະ ປະຊາຄົມວິສາຫະກິດ, ພ້ອມທັງກໍ່ແມ່ນຮ່າງກົດໝາຍທີ່ຫຍຸ້ງຍາກ ແລະ ສັບສົນ.

        ສຳລັບຮ່າງກົດໝາຍວ່າດ້ວຍສິນເຊື່ອສະບັບປັບປຸງ, ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ຮ່າງກົດໝາຍມີຜົນກະທົບໂດຍກົງເຖິງນະໂຍບາຍການເງິນ, ເງິນຕາ, ສະຖຽນລະພາບເສດຖະກິດມະຫາພາກ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີວ່າ:

        “ບັນດາເນື້ອໃນທີ່ຕັດສິນໃນໃນກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນພິເສດ ບໍ່ພຽງແຕ່ສຳລັບການປະຕິບັດບັນດາແຜນພັດທະນາເສດຖະກິດ - ສັງຄົມຂອງປີ 2024 ເທົ່ານັ້ນ, ແຕ່ຍັງແມ່ນທັງອາຍຸການ ແລະ ມີຄວາມໝາຍພື້ນຖານ, ຍຸດທະສາດ, ຍາວນານ. ຂ້າພະເຈົ້າສະເໜີບັນດາ ສສຊ ເສີມຂະຫຍາຍປະຊາທິປະໄຕ, ຍົກສູງນ້ຳໃຈຄວາມຮັບຜິດຊອບ, ສຸມໃສ່ຄົ້ນຄ້ວາ, ປຶກສາຫາລື, ປະກອບຄຳເຫັນຢ່າງສຸດຈິດສຸດໃຈ, ມີຄຸນນະພາບ ເພື່ອໃຫ້ກອງປະຊຸມນີ້ປະຕິບັດສຳເລັດທຸກເນື້ອໃນໂຄງການດ້ວຍຄວາມເຫັນດີເປັນພ້ອມຢ່າງສູງ. ສະເໜີໃຫ້ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານ ແລະ ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງຈົ່ງດ້ວຍຄວາມຕັດສິນໃຈສູງ, ມານະພະຍາຍາມ, ສົມທົບຢ່າງແໜ້ນແຟ້ນ, ສ້າງສຳເລັດຮ່າງກົດໝາຍ ແລະ ຮ່າງມະຕິ ບັນລຸຄຸນນະພາບສູງ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ ແລະ ຕັດສິນ”.

ຕອບກັບ

ຂ່າວ/ບົດ​ອື່ນ