ໄຂ​ກອງ​ປະ​ຊຸມ​ວິ​​ສາ​ມັນ​ຄັ້ງ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

(VOVWORLD) - ຕອນເຊົ້າວັນທີ 26 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເປັນປະທານພິທີໄຂກອງປະຊຸມວິສາມັນ ຄັ້ງທີ 8, ສະພາແຫ່ງຊາດຊຸດທີ XV.
ໄຂ​ກອງ​ປະ​ຊຸມ​ວິ​​ສາ​ມັນ​ຄັ້ງ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV - ảnh 1ກອງປະຊຸມວິສາມັນ ຄັ້ງທີ 8, ສະພາແຫ່ງຊາດຊຸດທີ XV (ພາບ:  quochoi.vn)

ຕອນເຊົ້າວັນທີ 26 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເປັນປະທານພິທີໄຂກອງປະຊຸມວິສາມັນ ຄັ້ງທີ 8, ສະພາແຫ່ງຊາດຊຸດທີ XV, ເພື່ອພິຈາລະນາຕົກລົງວຽກງານບຸກຄະລາກອນຂຶ້ນກັບສິດອຳນາດຂອງສະພາແຫ່ງຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ. ກ່ອນໄຂກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ສະຫງວນໜຶ່ງນາທີ ກົ້ມຫົວໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ຫງວຽນຝູຈ້ອງ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:

ສະພາແຫ່ງຊາດໄດ້ດຳເນີນການປຶກສາຫາລື, ປະກອບຄຳເຫັນກ່ຽວກັບ ການຍົກເລີກຕຳແໜ່ງຂອງ ປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດເພື່ອໃຫ້ປະຕິບັດວຽກງານອື່ນ; ໃຫ້ສັດຕະຍາບັນ ຍົກເລີກ ຕຳແໜ່ງຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງ ຍຸຕິທຳ ເພື່ອຮັບໜ້າທີ່ໃໝ່; ໃຫ້ສັດຕະຍາບັນຍົກເລີກຕຳແຫນ່ງ ຮອງນາຍົກລັດຖະມົນຕີໜຶ່ງທ່ານ ແລະ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ເຊົາດຳລົງຕຳແໜ່ງ;  ປົດຕຳແໜ່ງສະມາຊິກສະພາແຫ່ງຊາດຊຸດທີ XV ໜຶ່ງທ່ານ. ສະເໜີບັນດາສະມາຊິກສະພາແຫ່ງຊາດ ເສີມຂະຫຍາຍຈິດໃຈປະຊາທິປະໄຕ, ຍົກສູງຈິດໃຈຄວາມຮັບຜິດຊອບ, ພິຈາລະນາ, ປຶກສາຫາລືຢ່າງລະອຽດ ກ່ຽວກັບການຕົກລົງ ວຽກງານບຸກຄະລາກອນຮັບປະກັນຄວາມເຂັ້ມງວດ, ຖືກຕ້ອງຕາມຂໍ້ກຳນົດຂອງພັກ, ກົດໝາຍຂອງລັດ, ບັນລຸໄດ້ຄວາມເຫັນດີເຫັນພ້ອມຢູ່ໃນລະດັບສູງສຸດ.

ໄຂ​ກອງ​ປະ​ຊຸມ​ວິ​​ສາ​ມັນ​ຄັ້ງ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV - ảnh 2ທ່ານ ເລມິງຈິ ສາບານຕົວຮັບດຳລົງຕຳແໜ່ງປະທານສານປະຊາຊົນສູງສຸດ ອາຍຸການ 2021 2026
(ພາບ: quochoi.vn)

ພາຍຫຼັງການເຮັດວຽກມາເປັນໜຶ່ງວັນ, ກອງປະຊຸມວິສາມັນເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ 15ໄດ້ຍົກເລີກຕຳແໜ່ງປະທານສານປະຊາຊົນສູງສຸດ ສຳລັບທ່ານ ຫງວຽນຮ່ວາບິ່ງ ແລະ ໃຫ້ສັດຕະຍາບັນການສະເໜີຂອງນາຍົກລັດຖະມົນຕີ ແຕ່ງຕັ້ງທ່ານ ຫງວຽນຮ່ວາບິ່ງດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ອາຍຸການ 2021 – 2026, ຍົກເລີກ ຕຳແໜ່ງປະທານອົງການໄອຍະການປະຊາຊົນສູງສຸດສຳລັບທ່ານ ເລມິງຈິ ເພື່ອແຕ່ງຕັ້ງໃຫ້ດຳລົງຕຳແໜ່ງປະທານສານປະຊາຊົນສູງສຸດ ຕາມການສະເໜີຂອງປະທານປະເທດ. ສະພາແຫ່ງຊາດໃຫ້ສັດຕະຍາບັນ ການສະເໜີຂອງນາຍົກລັດຖະມົນຕີ ຍົກເລີກຕຳແໜ່ງຮອງນາຍົກລັດຖະມົນຕີສຳລັບທ່ານ ເຈິ່ນລຶວກວາງ ຍ້ອນວ່າ ກົມການເມືອງໄດ້ແບ່ງງານ, ແຕ່ງຕັ້ງທ່ານ ເຈິ່ນລຶວກວາງ ດຳລົງຕຳແໜ່ງຫົວໜ້າຄະນະ ເສດຖະກິດສູນກາງພັກ. ແຕ່ງຕັ້ງທ່ານ ຫງວຽນຮູຍຕຽນ ດຳລົງຕຳແໜ່ງປະທານອົງການໄອຍະການປະຊາຊົນສູງສຸດ ຕາມການສະເໜີຂອງປະທານປະເທດ… ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ:

ພວກເຮົາເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກ, ການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ຄວາມສາມັກຄີ, ຄວາມມານະພະຍາຍາມສູ້ຊົນຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ປະຊາຄົມວິສາຫະກິດ, ພໍ່ແມ່ປະຊາຊົນ ຫວຽດນາມອາໄສຢູ່ຕ່າງປະເທດ, ແນ່ນອນວ່າປະເທດຊາດຈະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ປະຕິບັດສຳເລັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມຢູ່ລະດັບສູງສຸດ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວຽກງານການຕ່າງປະເທດ ແລະ ການປ້ອງກັນຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ຂອງປີ 2024. ປະກອບສ່ວນເຂົ້າໃນການປະຕິບັດມະຕິກອງະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກຢ່າງມີໄຊ, ກະກຽມໃຫ້ແກ່ກອງປະຊຸມອົງຄະນະພັກທຸກຂັ້ນ, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ