ໄຂກອງປະຊຸມສົ່ງເສີມ ການລົງທຶນ ຢູ່ແຂວງ ກວາງນິນ

ໄຂກອງປະຊຸມສົ່ງເສີມ ການລົງທຶນ ຢູ່ແຂວງ ກວາງນິນ - ảnh 1
ບັນດາຜູ້ແທນເຂົ້າຮ່ວມພິທີໄຂກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ​ຢູ່ແຂວງ​ກວາງ​ນິນ
(ພາບ: baoquangninh.com.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 24/2, ຢູ່​ນະຄອນ​ຮ້າ​ລອງ, ​ໄດ້​ໄຂ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນຢູ່​ແຂວງ ກວາງ​ນິນ ປີ 2012. ກ່າວ​ຄຳ​ເຫັນ​ຊົມ​ເຊີຍ​ກອງ​ປະຊຸມ, ທ່ານ​ ຟ້າ​ມມິນ​ຈິ່ງ, ​ເລຂາ​ຄະນະ​ພັກ​ແຂວງ​ກວາງ​ນິນ ຊີ້​ແຈງ​ວ່າ: ​ແຂວງ​ກວາງ​ນິນ ກຳນົດ​ການ​ປະຕິ​ຮູບ​ສະພາບ​​ແວດ​ລ້ອມ​ການ​ລົງທຶນ ​ແລະ ປ່ຽນ​ໃໝ່​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ສຸ​ມ, ມີ​ລັກສະນະ​ບຸກທະລຸ ​ແລະ ​ເປັນ​ແກ່ນສານ​ໃນ​ໄລຍະ​ປະຈຸ​ບັນ. ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ຢູ່ແຂວງ​ກວາງ​ນິນ​ປີ 2012 ດ້ວຍ​ຫົວ​ຂໍ້​ວ່າ​ “ກວາງ​ນິນ - ​ເຕົ້າ​ໂຮມ ​ແລະ ​ແຜ່​ຂະຫຍາຍ”, ​ແມ່ນ​ເວ​ທີ​ປາ​ໄສ​ໃຫ້​ແກ່​ບັນດາ​ນັກ​ຄຸ້ມ​ຄອງ, ບັນດາ​ນັກ​ລົງທຶນ, ວິ​ສາ​ຫະກິດ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ.​.​​..​​ເຈລະຈາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຊອກ​ຫາ​ກາລະ​ໂອກາດ​ເຂົ້າ​ມາ​ລົງທຶນ​ຢູ່​ກວາງ​ນິນ, ພ້ອມ​ກັນ​ນັ້ນ​ກໍ່ສະ​ເໜີ​ບັນດາ​ນະ​ໂຍບາຍ, ມາດ​ຕະການ​ພັດທະນາ​ມີ​ລັກ​ສະ​ນະລະ​ຫວ່າງ​ເຂດ ປະກອບສ່ວນ​ດຶງ​ດູດ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທົ່ວ​ປະ​ເທດ.

ກ່າວ​ຄຳ​ເຫັນ​ຊີ​້ນຳ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ​ເນັ້ນ​ໜັກ​ວ່າ​: ​ເພື່ອ​ເສີມ​ຂະຫຍາຍ ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບຢ່າງ​ມີ​ປະສິດທິ​ຜົນ, ສູ້​ຊົນ​ກໍ​ສ້າງ​ແຂວງ​ກວາງ​ນິນ​ກາຍ​ເປັນ​​ແຂວງ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໃນ​ປີ 2015 ​ໂດຍ​ພື້ນຖານ, ພ້ອມ​ກັບ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ທີ່​​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ໄດ້​ວາງ​ອອກ​ຢ່າງ​ຄົບ​ຊຸດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ແຂວງ​ກວາງ​ນິນ​ຄວນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂັ້ນສູນ​ກາງ ​ແລະ ບັນດາ​ທ້ອງ​ຖີ່​ນທີ່​ກ່ຽວຂ້ອງ​ເພື່ອ​ປະຕິບັດ​ບາງ​ໜ້າ​ທີ່​ຈຸດ​ສຸມ​ເປັນ​ຢ່າງ​ດີ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​​ເວົ້າ​ວ່າ:

“ປຸກລະດົມ​ທຸກໆ​ແຫຼ່ງກຳລັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ສຸມ​ໃສ່​ລົງທຶນ​ພັດທະນາ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ, ທັນ​ສະ​ໄໝ, ​ໃນ​ນັ້ນ​​ໃຫ້ບຸລິມະສິດ​ບັນດາ​ກິດຈະກຳ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຄື: ບັນດາ​ເສັ້ນທາງ​ຄົມມະນາຄົມ​ທາງບົກ ​ໂນ້ຍບ່າຍ - ຮ້າ​ລອງ, ຮ້າ​ລອງ - ມ໋ອງກ່າຍ.​​..​. ມີ​ນະ​ໂຍບາຍ​ເໝາະ​ສົມ, ສ້າງ​ບັນດາ​ບາດກ້າວ​ບຸກທະລຸ​ເພື່ອ​ຮອດ​ປີ 2015, ກວາງ​ນິນ ກາຍ​ເປັນ​ແຂວງ​ອຸດສາຫະກຳ​ຕາມ​ທິດທັນ​ສະ​ໄໝ​ຕິດ​ພັນ​ກັບ​ການ​ປົກ​ປັກ​ຮັກສາ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້​ອມ​ໂດຍ​ພື້ນຖານ”

        ​ແລະກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທີ່​ກອງ​ປະຊຸມ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ບົດບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື ​ແລະ ມອບ​ໃບຢັ້ງຢືນ​ການ​ລົງທຶນ​ໃຫ້​ແກ່​ບັນດາ​ໂຄງການ​ຢູ່​​ແຂວງກວາງ​ນິນ, ບົດ​ບັນທຶກ​ຊ່ວຍຈຳການ​ຮ່ວມ​ມື​ລະຫວ່າງ​ແຂວງ​ກວາງ​ນິນ ​ແລະ ​ແຂວງ​ຫຼວງ​ພະ​ບາງ.​.​​.

ຂ່າວ/ບົດ​ອື່ນ