ໄຂກອງປະຊຸມສົ່ງເສີມ ການລົງທຶນ,ການຄ້າ ກະສິກຳຊົນນະບົດ ເຂດທົ່ງພຽງແມ່ນ້ຳຂອງ


ໄຂກອງປະຊຸມສົ່ງເສີມ ການລົງທຶນ,ການຄ້າ ກະສິກຳຊົນນະບົດ ເຂດທົ່ງພຽງແມ່ນ້ຳຂອງ - ảnh 1
(ພາບ: baomoi.com)

(vovworld) –​​ຕອນ​ເຊົ້າວັນ​ທີ 6/11, ຢູ່​​ແຂວງ​ຊອກ​ຈັງ, ​ໄດ້​ໄຂກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ​ກະສິກຳ​ຊົນນະບົດ​​ເຂດ​ທົ່ງພຽງ​ແມ່ນ້ຳຂອງ, ນີ້​ແມ່ນ​ເຫດການ​ສຳຄັນ ​ແລະ ​ແມ່ນ​ຈຸດ​ສຸມ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດເຂດ​ທົ່ງພຽງ​ແມ່ນ້ຳ ຂອງ. ກອງ​ປະຊຸມ​ສ້າງ​ກາລະ​ໂອກາດ​​ເພື່ອແນະນຳ, ​ໂຄສະນາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ຂົງ​ເຂດ​ກະສິກຳ, ຊົນນະບົດ ເຂດ​ທົ່ງພຽງ​ແມ່ນ້ຳຂອງ.

  ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລື​ເພື່ອ​ຊອກ​ຫາ​ບັນດາ​ຂໍ້​ລິ​ເລີ່​ມ, ມາດ​ຕະການ, ບັນດາ​ກົນ​ໄກນະ​ໂຍບາຍ​ເໝາະ​ສົມ​ກັບ​ຈຸດ​ພິ​ເສດສະ​ເພາະ​ຂອງເຂດ​ທົ່ງພຽງ​ແມ່ນ້ຳຂອງ ​ແນ​ໃສ່​ພັດທະ ນາ​ພື້ນຖານ​ການ​ຜະລິດກະສິກຳ​ແບບ​ຍືນ​ຍົງ. ທ່ານ​ຫງວຽນ​ຟອງ​ກວາງ, ຮອງ​ຫົວໜ້າ​ຜູ້​ປະຈຳ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ທາງ​ພາກ​ໃຕ້​ໃຫ້​ຮູ້​ວ່າ:

     “ກອງປະຊຸມສົ່ງເສີມການລົງທຶນສຸມໃສ່ຮຽກຮ້ອງບັນດາໂຄງການ, ກິດຈະກຳເຂົ້າໃນຂົງເຂດທີ່ເປັນທ່າແຮງຂອງເຂດ. ນັ້ນແມ່ນພັດທະນາກະສິກຳຊົນນະບົດຕາມທິດຮ່ວມສຳພັນເຂດ; ນຳໃຊ້ວິທະຍາສາດເຕັກນິກ, ​ເຕັກໂນໂລຊີສູງເຂົ້າໃນການຜະລິດກະສິກຳ; ປົວແປງລາຍຮັບຂອງຊາວກະສິກອນ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງ ປຊຊ, ຍູ້ແຮງແຜນນະໂຍບາຍສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕາມທິດຮ່ວມສຳພັນເຂດຍົກສູງຄຸນຄ່າເພີ່ມ“./.

ຂ່າວ/ບົດ​ອື່ນ