ໄຂກອງປະຊຸມສຸດຍອດ EU

ໄຂກອງປະຊຸມສຸດຍອດ EU - ảnh 1
(ພາບປະກອບ)
(vovworld) -     ສ້າງຄວາມ​ດຸນ​ດຽງ​ລະຫວ່າງນະ​ໂຍບາຍຮັດ​ເຂັ້ມ​ຄັດ ​ແລະ ນະ​ໂຍບາຍ​ຟື້ນ​ຟູ​ລະດັບ​ເຕີບ​ໂຕ​ເສດຖະກິດ ​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ່​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸ​ມສຸດ​ຍອດ​ສະຫະພາບ​ເອີ​ລົບ (EU) ​ເຊິ່ງຖືກ​ໄຂ​ຂຶ້ນ​ໃນຕອນ​ບ່າຍ​ວັນ​ທີ 14/03, ຢູ່​ບຣຸກ​ແສນ (ປະ​ເທດ​ແບນຊິກ). ​ໃນ​ຂະນະ​ທີ່​ພື້ນຖານ​ເສດຖະກິດ​ໃຫຍ່​ສຸດ​ຂອງ EU ​ແມ່ນ​ ເຢຍລະ​ມັນ​ ​ຮັກສາ​ບັນດາ​ນະ​ໂຍບາຍ “ຮັດ​ເຂັ້ມ​ຄັດ”, ຖື​ວ່ານີ້​ແມ​່ນມາດ​ຕະການ​ໜຶ່ງ​ດຽວ​ເພື່ອ​ຮັບປະກັນ​ການ​ເຕີບ​ໂຕ​ຢ່າງ​ແທ້​ຈິ່ງນັ້ນ ​ຝລັ່ງ ​ແລະ ບາງປະ​ເທດ​ສະມາຊິກ​ອື່ນໆ​ພັດຢາກຜ່ອນຄາຍນະ​ໂຍບາຍ​ດັ່ງກ່າວ ​ເພື່ອ​ຫຼຸດຜ່ອນ​ກຳລັງ​ດັນ​ໃຫ້​ແກ່ປະຊາຊົນ, ສ່ວນ​ທ່ານ​ປະທານ EU, Herman Van Rompuy ຢືນຢັນ​ວ່າ ນັບ​ທັງ​ໄລຍະ​ຮ້າຍ​ແຮງ​ທີ່​ສຸດ​ຂອງ​ວິ​ກິດ​ການ​ໜີ້​ສິນ​ໄດ້​ຜ່ານ​​ໄປ​ແລ້ວກໍ​ຕາມ, ບັນດາ​ການ​ນຳ​ຍັງ​ຕ້ອງ​ພົບ​ປະກັນ​ເພື່ອ​ປຶກສາ​ຫາລື​ມາດ​ຕະການ​ຮັບປະກັນ​ຄວາມ​ສະຖຽນ​ລະ​ພາບ​ທາງ​ສັງຄົມ. ທ່ານ​ປະທານ EU, Herman Van Rompuy ​ໄດ້​ຖື​ວ່າ ປະຈຸ​ບັນ​ບໍ່​ແມ່ນ​ຈຸດ​ເວລາ​​ເພື່ອ​ເລືອກ​ເຟັ້ນລະຫວ່າງການ “ຮັດ​ເຂັ້ມ​ຄັດ” ກັບການ​ເຕີບ​ໂຕ, EU ຕ້ອງ​ຍາດ​ເອົາ​ທ່າ​​ເຕີບ​ໂຕ​ໃນ​ທຸກ​ຂົງ​ເຂດຄືນ​ໃໝ່.
ຂ່າວ/ບົດ​ອື່ນ