ໄຂກອງປະຊຸມສຸດຍອດ EU

ໄຂກອງປະຊຸມສຸດຍອດ EU - ảnh 1
(ພາບປະກອບ)

(vovworld) - ກອງ​ປະຊຸມ​ສຸດ​ຍອດສະຫະພາບ​ເອີ​ລົບ (EU) ລະດູ​ແລ້ງ​ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 27/06 ​ແລະ ​ແກ່ຍາວ​ຮອດ​ວັນ​ທີ 28/06. ນີ້​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ສຸດ​ທ້າຍ​ໃນ​ອາຍຸ​ການ​ຂອງປະທານ​ໝູນ​ວຽນ EU ຂອງ ​ໄອ​ແລນ. ບັນດາ​ຫົວ​ຂໍ້​ຕົ້ນ​ຕໍ່​ທີ່​ໄດ້ນຳ​ເຂົ້າ​​ໂຄງການ​ປະສານ​ງານ​ກອງ​ປະຊຸມ​ຄັ້ງ​ນີ້ ລ້ວນ​ແຕ່​​ແມ່ນ​ບັນດາ​ບັນຫາ​ຮີບ​ດ່ວນ​ສຳລັບ EU ​ຄື ສະພາບວ່າງ​ງານຂອງ​ໄວ​ໜຸ່ມ, ສ້າງ​ຕັ້ງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ທະນາຄານ, ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ​ເພີ່ມ​ທະວີ​ດ້ານ​ການ​​ເງິນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ, ພ້ອມ​ທັງ​ບັນດາ​ບັນຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ເປີດ​ກວ້າງ​ກຸ່ມ ​ແລະ ການພົວພັນ​ກັບ​ຕ່າງປະ​ເທດ. ກ່ອນ​ຈັດ​ກອງ​ປະຊຸມ, ທ່ານ​ປະທານ EC Jose Manuel Barroso ​ໄດ້​ສົ່ງ​ຈົດໝາຍ​ເຖິງ​ບັນດາ​ປະມຸກ​ລັດ ​ແລະ ຜູ້ນຳ​ໜ້າ​ບັນດາ​ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ​ເຊິ່ງ​ແມ່ນ​ສະມາຊິກ​ຂອງ EU, ຮຽກຮ້ອງ​ໃຫ້​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້​​ອມ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍດັ່ງກ່າວ.

ຂ່າວ/ບົດ​ອື່ນ