ໄຂກອງປະຊຸມສຸດຍອດ EU

ໄຂກອງປະຊຸມສຸດຍອດ EU - ảnh 1

ລັດຖະມົນຕີ​ກາ​ນຕ່າງປະ​ເທດ​ເຢຍລະ​ມັນ ​

ແລະ ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ

(vovworld)-​​​​ ​ ​​ກອງ​ປະຊຸມ​ສຸດ​ຍອດ EU ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳວັນ​ທີ 24/10, ຢູ່​ນະຄອນ​ບຣຸກ​ແຊນ ປະ​ເທດ​ແບນ​ຊິກ ດ້ວຍ​ໂຄງການ​ດຳ​ເນີນ​ງານ​ສຸມ​ໃສ່​ບັນຫາ​ເສດຖະກິດ​ທີ່​ຖືກ​ຄອບ​ງຳ​ດ້ວຍ​ບັນຫາ​ອົບ​ພະຍົບ ​ແລະ ​ເຫດການ​ນັກ​ສືບ​ລາຊະການ​ລັບ​ອາ​ເມ​ລິ​ກາ ​ລັກ​ຟັງ​ໂທລະສັບ​ຂອງ​ພົນລະ​ເມືອງ ​ແລະ ການ​ນຳບັນດາປະ​ເທດເອີ​ລົບ. ​ໃນ​ວັນ​ທີ 24-25/10, ການ​ນຳ 28 ປະ​ເທດ​ສະມາຊິກ​ອີ​ຢູ ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ເສດຖະກິດ​ເຕັກ​ໂນ​ໂລ​ຊີ​ສູງ, ການເຕີບ​ໂຕ​ ​ແລະ ວຽກ​ເຮັດ​ງານ​ທຳ....​ກ່າວ​ຄຳ​ເຫັນກ່ອນ​ວາລະ​ໄຂ, ການ​ນຳ​ຫຼາຍ​ປະ​ເທດ​ເອີ​ລົບ​ຄື: ​ໂຮ​ນລັງ, ​ແຟງ​ລັງ, ຊູ​ແອດ, ​ແບນ​ຊິກ…​ ຖື​ວ່າ: ​ເລື່ອງ​ອາ​ເມ​ລິ​ກາ ຕິດຕາມ​ກວດກາ​ການ​ຕິດ​ຕໍ່​ພົວພັນ​ສ່ວນ​ຕົວ​ຂອງ​ພົນລະ​ເມືອງ​ເອີ​ລົບ ​ແມ່ນ​ເລື່ອງ​ບໍ່​ອາດ​ຮັບ​ຮູ້​ໄດ້. ນອກຈາກ​ນັ້ນ​ແລ້ວ, ຄາດ​ວ່າ, ບັນຫາ​ອົບ​ພະຍົບກໍ່​ຈະ​ແມ່ນ​ຫົວ​ເລື່ອງ​​ເຄ່ງຮ້ອນ​ໃນ​ກອງ​ປະຊຸມ​ຄັ້ງນີ້ ພາຍ​ລັງ​ເຫດການກຳປັ່ນ​ຖືກຈົ່ມ​ໃຕ້ນ້ຳ 2 ຄັ້ງຢ່າງ​ລຽນຕິດ​ຢູ່​ທະ​ເລ​ອີ​ຕາ​ລີ ຊື່​ງ​ເຮັດ​ໃຫ້​ຊາວ​ອົບ​ພະ​ຍົມ 400 ຄົນ​​ເສຍ​ຊີວິດ.

  ​ໃນ​ການ​ເຮັດ​ວຽກ​ໃນ​ວັນ​ທີ 25/10, ການ​ນຳ​ບັນດາ​ປະ​ເທດ​ເອີ​ລົບ ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ນະ​ໂຍບາຍ​ເຂົ້າ​ເມືອງ, ​​ເພີ່ມ​ງົບປະມານ​ໃຫ້​ແກ່​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ເຂດຊາຍ​ແດນ​ອີ​ຢູ ​ແລະ ​ໂຄງການ​ດຳ​ເນີນ​ງານ​ສຸດ​ຍອດ “ຄູ່​ຮ່ວມ​ມື​ຕາ​ເວັນ​ອອກ“ ຊື່​ງຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ພະຈິກ​ຈະ​ມາ​ເຖິງ​ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ