ໄຂກອງປະຊຸມສຸດຍອດ EU

(VOVWORLD) - ເນື້ອໃນກວມລວມທີ່ກອງປະຊຸມໃນວັນທຳອິດແມ່ນຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງການພົວພັນ ລັດເຊຍ - ອັງກິດ.

ວັນທີ 22 ມີນາ, ກອງປະຊຸມສຸດຍອດສະຫະພາບ ເອີລົບ (EU) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ, ດ້ວຍບັນດາຫົວຂ້ໍສຸມໃສ່ປຶກສາຫາລືຫຼາຍບັນຫາສຳຄັນຂອງກຸ່ມໃນປະຈຸບັນ, ເຊິ່ງລວວມີ: ສະພາບການພົວພັນແລກປ່ຽນການຄ້າກັບ ອາເມລິກາ, ຕວກກີ, ຄວາມເຄັ່ງຕຶງກ່ຽວຂ້ອງເຖິງການພົວພັນ ລັດເຊຍ - ອັງກິດ ແລະ ຂໍ້ຕົກລົງລະຫວ່າງ EU ແລະ ລາຊະອານາຈັກ ອັງກິດ ໄລຍະຫຼັງ Brexit.

        ບັນດາການນຳ EU ໄດ້ສະແດງຄວາມຊົມເຊີຍຕໍ່ຄຳຕັດສິນຢ່າງລະມັດລະວັງທີ່ໄດ້ຍົກອອກມາໃນຈຸດເວລາສຸດທ້າຍຂອງອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ແມ່ນຍົກເລີກການຈັດວາງພາສີນຳເຂົ້າໃໝ່ສຳລັບ ເຫຼັກກ້າ ແລະ ອານູມີນຽມ ນຳເຂົ້າຈາກ EU ແລະ ບາງປະເທດອື່ນໆ. ໄປຄຽງຄູ່ກັນນັ້ນ, ເນື້ອໃນກວມລວມທີ່ກອງປະຊຸມໃນວັນທຳອິດແມ່ນຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງການພົວພັນ ລັດເຊຍ - ອັງກິດ. ລັດຖະບານຂອງທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ປະສົບຜົນສຳເລັດໃນການເກ້ຍກ່ອມ ບຣຸກແຊນ ສະໜັບສະໜູນລອນດອນ ໃນບັນຫານີ້.

        ໃນຖະແຫຼງການໜຶ່ງ, EU ໄດ້ອອກສຽງສະໜັບສະໜູນທັດສະນະຂອງ ອັງກິດ, ຢັ້ງຢືນວ່າ ລັດເຊຍ ຕ້ອງຮັບຜິດຊອບໃນເຫດການວາງຢາເບື່ອອະດີດນັກສືບ Skripal ພ້ອມກັບລູກສາວ.  ບຣຸກແຊນ ໄດ້ເນັ້ນໜັກເຖິງການສ່ວນຂ້ອງຂອງ ມົດສະກູ ແລະ ຖືວ່າ ຍັງບໍ່ທັນມີຄຳອະທິບາຍເໝາະສົມໃຫ້ເຫດການນີ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ