ໄຂ​ກອງ​ປະ​ຊຸມ​ສຸດຍອດ EU - CELAC

(VOVWORLD) - ວັນທີ 17 ກໍລະກົດ, ກອງປະຊຸມສຸດຍອດສະຫະພາບເອີຣົບ (EU) - ປະຊາຄົມບັນດາປະເທດ ອາເມລິກາ ລາຕິນ ແລະ ກາຣີເບ (CELAC) ຄັ້ງທີ 3 ຖືກໄຂຂຶ້ນຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ.
ໄຂ​ກອງ​ປະ​ຊຸມ​ສຸດຍອດ EU - CELAC - ảnh 1ກອງປະຊຸມສຸດຍອດ Mercosur ຢູ່ ອູຣູກວາຍ (ພາບເອກະສານ: AFP/TTXVN)

ໃນສອງວັນດຳເນີນກອງປະຊຸມ, ບັນດາການນຳຂອງສອງພາກພື້ນດັ່ງກ່າວ ຈະເຕື້ອງເຖິງຫຼາຍຫົວຂໍ້ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມື EU – CELAC, ລວມມີ: ເພີ່ມທະວີການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ, ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ການຄ້າ ແລະ ການລົງທຶນ, ການຟື້ນຟູເສດຖະກິດ, ມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດ, ຄົ້ນຄວ້າ ແລະ ປ່ຽນແປງໃໝ່, ຍຸຕິທຳ ແລະ ຮັກສາຄວາມສະຫງົບ ໃຫ້ແກ່ພົນລະເມືອງ.

        ໂດຍໄດ້ສ້າງຕັ້ງຂຶ້ນໃນປີ 2010, CELAC ແມ່ນປະຊາຄົມລວມມີ 33 ປະເທດ ອາເມລິກາ ລາຕິນ ແລະ ກາຣີເບ ດ້ວຍຈຸດປະສົງເຊື່ອມຕໍ່ບັນດາປະເທດດນີ້ນຳກັນ ເພື່ອເພີ່ມທະວີການເຈລະຈາດ້ານການເມືອງ ແລະ ເຊື່ອມໂຍງວັດທະນະທຳສັງຄົມຂອງພາກພື້ນ, ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ກະຕຸ້ນການເຕີບໂຕເສດຖະກິດ ແລະ ຍົກສູງສະຫວັດດີການສັງຄົມຂອງທົ່ວປວງຊົນ.  

ຕອບກັບ

ຂ່າວ/ບົດ​ອື່ນ