ໄຂກອງປະຊຸມສຸດຍອດ EU ເພື່ອປຶກສາຫາລືມາດຕະການສະກັດກັ້ນວິກິດການໜີ້ສິນຂອງລັດ

ໄຂກອງປະຊຸມສຸດຍອດ EU ເພື່ອປຶກສາຫາລືມາດຕະການສະກັດກັ້ນວິກິດການໜີ້ສິນຂອງລັດ - ảnh 1
( ພາບປະກອບ )

( vovworld ) -   ວັນ​ທີ 28/6, ການ​ນຳ​ບັນດາ​ປະ​ເທດ​ສະມາ​ຊິກ​ສະຫະພາບ​ເອີ​ລົບ (EU) ​ໄດ້​ເລີ່​ມຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ແກ່ຍາວ​​ໃນເວລາ 2 ວັນ ຢູ່ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ. ກ່າວຄຳ​​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ EU Herman Van Rompuy ​ໄດ້​ຖະ​ແຫຼ​ງວ່າ “ນີ້​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ​ເຊິ່ງພວກ​ເຮົາ​ຈະ​ຍົກ​ອອກ​ບັນດາ​ຂໍ້​ຕົກລົງ​ທີ່​ສຳຄັນ. ນັ້ນ​ແມ່ນ​ທຸກ​ສິ່ງທີ່​ປະຊາຊົນ​ເອີ​ລົບ​ ປາດ​ຖະໜາ”. ຕາມ​ທ່ານ Herman Van Rompuy ​ແລ້ວ, ໜ້າ​ທີ່​ຂອງ​ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ຕ້ອງ​ຮັບຮອງ​​ເອົາບັນດາມາດ​ຕະການກະຕຸ້ນ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ຢູ່​ເອີ​ລົບ, ພ້ອມ​ກັນ​ນັ້ນ​ກໍຍົກ​ອອກ​ແຜນການ​ເພື່ອ​ກູ້​​ເອົາ​ສະກຸນເງິນ​ເອີ​ໂລລວມ ​ໃຫ້ຫຼຸດ​ຜົ້ນອອກ​ຈາກ​ວິ​ກິດ​ການ​ລົ້ມ​ລະລາຍ, ​ເຊິ່ງ​ຈະ​ສົ່ງ​ຜົນ​ສະທ້ອນ​ທີ່​ຮ້າຍ​ແຮງ​ຕໍ່​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ. ​​ເຖິງ​ຢ່າງ​ໃດ​ກໍ່​ຕາມ​ EU ຍາກ​ທີ່ຈະ​ບັນລຸ​ໄດ້ຈຸດໝາຍ​ດັ່ງກ່າວ​ ​ອັນ​ໄດ້ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກຂອງ EU ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມກວ່າ​ອີກ​​.

ຂ່າວ/ບົດ​ອື່ນ