ໄຂກອງປະຊຸມສຸດຍອດ G 20 ຢູ່ລັດເຊຍ

  ໄຂກອງປະຊຸມສຸດຍອດ G 20 ຢູ່ລັດເຊຍ - ảnh 1
ປະທານາທິບໍດີລັດເຊຍ Putin ຈັບມືກັບປະທານາທິບໍດີອາເມລິກາ Obama ທີ່ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​​ເສດຖະກິດ ພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ G 20 ເມື່ອວັນທີ 5/9
(ພາບ : AP)

(vovworld-) ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​​ເສດຖະກິດພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ (G 20) ​ໄດ້​ຖືກ​ໄຂ​ຂຶ້ນ​ໃນ​ສະພາ​ວະ​ທີ່​ອາ​ເມ​ລິ​ກາ ​ແລະ ບາງ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ພວມ​ຂຸ້ນຂ້ຽວ​ກະກຽມ​ປຸກລະດົມ​ການ​ບຸກ​ໂຈມ​ຕີ​ທາງ​ທະຫານ​ຕ້ານ​ຊີຣີ ​ແລະ ຕະຫຼາດ​ການ​ເງິນ​ໂລກ​ສືບ​ຕໍ່ຂາດ​ສະຖຽນ​ລະ​ພາບ, ບັນຫາ​ໄພ​ວ່າງ​ງານ​ນັບ​ມື້​ນັບ​ຮ້າຍ​ແຮງ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ, ພື້ນຖານ​ເສດຖະກິດ​ໂລກ​ພວມ​ຂະຫຍາຍຕົວ​ແບບ​ຂາດ​ຄວາມ​ດຸນດຽງ. ກ່ອນ​ພິທີ​ໄຂ, ກຸ່ມ​ບັນດາ​ພື້ນຖານ​​ເສດຖະກິດ​ທີ່ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນອັນ​ດັບ​ໜຶ່ງ​ໃນ​ໂລກ (BRICS - ຊຶ່ງ​ລວ​ມມີ​ ບຣາຊິນ, ລັດ​ເຊຍ, ອີນ​ເດຍ, ຈີນ ​ແລະ ອາ​ຟະ​ລິ​ກາ​ໃຕ້) ກໍ​ໄດ້​ໂຮມ​ປະຊຸມ​ເພື່ອ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ວິທີ​ສຳຜັດ​ກັບ​ບັນດາ​ບັນຫາ​ທີ່​ສັບສົນ​ທີ່​ສຸດ​ທີ່​ກອງ​ປະຊຸມສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​​ເສດຖະກິດພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ (G 20). ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ປະ​ເທດ​ສະມາຊິກ BRICS ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະກອບສ່ວນ​ເງິ​ນ 100 ຕື້ USD ​ເຂົ້າ​ໃນ​ກອງ​ທຶນ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ຮ່ວມ ​ແນ​ໃສ່​​ເຮັດ​ໃຫ້ບັນດາຕະຫຼາດ​ເງິນຕາ​ເປັນ​ປົກກະຕິ. ​ໃນ​ມື້​ປະຊຸມ​ທຳ​ອິດ, ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​​ເສດຖະກິດພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ (G 20) ​ໄດ້​ເລັ່ງ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ການ​ເຕີບ​ໂຕ​ ​ແລະ ສະພາບເສດຖະກິດທົ່ວ​ໂລກ. ຄາດ​ວ່າ ​ໃນ​ການ​ປະຊຸມ​ເປັນ​ເວລາ 2 ວັນ, ກອງ​ປະຊຸມ​ຈະ​ອອກ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ບັນດາ​ການ​ນຳ G 20, ສ່ອງ​ແສງ​ເຖິງ​ຄວາມ​ສົນ​ໃຈ​ຂອງ​ກຸ່ມ​ນີ້ ກໍ​ຄື​ບັນດາ​ກົນ​ໄກ​ລະອຽດ​ເພື່ອ​ສືບ​ຕໍ່​ຮ່ວມ​ມື ​ແນ​ໃສ່​ກະ​ຕຸ້ນ​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ແຂງ​ແຮງ, ​ເປັນ​ປົກກະຕິ ​ແລະ ມີ​ຄວາມ​ດຸນ​ດຽງ.

ຕອບກັບ

ຂ່າວ/ບົດ​ອື່ນ