ໄຂ​ກອງ​ປະ​ຊຸມ​ສຸດຍອດ G7 ຢູ່ ອີ​ຕາ​ລີ

(VOVWORLD) -  ກອງປະຊຸມສຸດຍອດ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໄຂຂຶ້ນໃນວັນທີ 13 ມິຖຸນາ ຢູ່ Borgo Egnazia, ເຂດຕາກອາກາດໃກ້ກັບເທດສະບານ Fasano ຢູ່ພາກໃຕ້ ອີຕາລີ.
ໄຂ​ກອງ​ປະ​ຊຸມ​ສຸດຍອດ G7 ຢູ່ ອີ​ຕາ​ລີ - ảnh 1ການນຳບັນດາປະເທດໃນກອງປະຊຸມ ສຸດຍອດ G7 ຢູ່ ອີຕາລີ (ພາບ: AFP/TTXVN)

ກອງປະຊຸມມີການເຂົ້າຮ່ວມຂອງການນຳບັນດາປະເທດ: ການາດາ, ອາເມລິກາ, ອັງກິດ, ອີຕາລີ, ຝລັ່ງ, ເຢຍລະມັນ, ຍີ່ປຸ່ນ, ກໍຄືບັນດາການນຳຂອງສະພາເອີຣົບ ແລະ ຄະນະກຳມະການເອີຣົບ. ສັນທະປະປາ Francis ກໍເຂົ້າຮ່ວມກອງປະຊຸມສຸດຍອດ G7 ຄັ້ງນີ້, ເຊິ່ງເປັນຄັ້ງທຳອິດທີ່ທ່ານໄດ້ເຂົ້າຮ່ວມ. ຄາດວ່າ, ສັນທະປະປາ ຈະມີບົດກ່າວປາໄສໃນວັນທີ 14 ມິຖຸນາ ຕາມເວລາທ້ອງຖິ່ນ ກ່ຽວກັບຄວາມໝັ້ນໝາຍ ແລະ ຄວາມສ່ຽງ ເຊິ່ງປັນຍາປະດິດ (AI) ນຳມາໃຫ້, ພ້ອມທັງຮຽກຮ້ອງໃຫ້ຢຸດຕິບັນດາການປະທະກັນໃນໂລກປັດຈຸບັນ.

        ທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ ອີຕາລີ Giorgia Meloni ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ ຢາກສົ່ງສານສົນທະນາ ແລະ ສາມັກຄີສຳລັບພາກພື້ນ ຂົ້ວໂລກໃຕ້.

        ໃນລະຫວ່າງວັນທີ 13 – 15 ມິຖຸນາ, ກອງປະຊຸມຈະດຳເນີນ 6 ວາລະປະຊຸມ ກ່ຽວກັບການພັດທະນາ ອາຟະລິກາ ແລະ ການປ່ຽນແປງຂອງດິນຟ້າອາກາດ, ສະພາບການຢູ່ພາກພື້ນຕາເວັນອອກກາງ, ການປະທະກັນ ຢູ່ ຢູແກຼນ, ການອົບພະຍົບ, ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ວາລະປະຊຸມພິເສດ ໂດຍສຸມໃສ່ຂົງເຂດປັນຍາປະດິດ ແລະ ພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ