ໄຂ​ກອງ​ປະ​ຊຸມ​ສຸດ​ຍອດ G7 ຢູ່​ເຢຍ​ລະ​ມັນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ພ້ອມກັບພັນລະຍາ ໄດ້ຕ້ອນຮັບການນຳພ້ອມກັບພັນລະຍາບັນດາປະເທດທີ່ຍັງເຫຼືອໃນກຸ່ມ G7.
ໄຂ​ກອງ​ປະ​ຊຸມ​ສຸດ​ຍອດ G7 ຢູ່​ເຢຍ​ລະ​ມັນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: Reuter)
ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ໄຂຂຶ້ນໃນວັນທີ 26 ມິຖຸນາ ຢູ່ລັດ Bayern, ທາງທິດໃຕ້ປະເທດເຢຍລະມັນ. ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ພ້ອມກັບພັນລະຍາ ໄດ້ຕ້ອນຮັບການນຳພ້ອມກັບພັນລະຍາບັນດາປະເທດທີ່ຍັງເຫຼືອໃນກຸ່ມ G7 (ນອກຈາກເຢຍລະມັນຍັງມີ ອັງກິດ, ຝລັ່ງ, ອີຕາລີ, ຍີ່ປຸ່ນ, ການາດາ ແລະ ອາເມລິກາ) ພ້ອມກັບທ່ານນາງປະທານຄະນະກຳມະການເອີລົບ Ursula von der Leyen ແລະ ທ່ານປະທານສະພາເອີລົບ Charles Michel ຕາມພິທີທາງການ, ຫຼັງຈາກນັ້ນ ການນຳ 9 ທ່ານຈະເຂົ້າຮ່ວມການເຈລະຈາລັບ.

ຫາງສຽງຕີລາຄາວ່າ ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຈະແມ່ນໜຶ່ງໃນບັນດາຫົວຂໍ້ພົ້ນເດັ່ນຢູ່ກອງປະຊຸມສຸດຍອດ G7 ຄັ້ງທີ 48 ນີ້. ວິກິດການດ້ານພະລັງງານ, ຄວາມສ່ຽງເກີດໄພອຶດຫິວ ຢູ່ບັນດາພາກພື້ນ, ພິເສດແມ່ນຢູ່ອາບຟຼິກກາຕາເວັນອອກ, ກໍ່ຄືບັນຫາປົກປັກຮັກສາດິນຟ້າອາກາດ ຈະແມ່ນບັນດາເນື້ອໃນທີ່0ໄດ້ສຸມໃສ່ປຶກສາຫາລືຢູ່ກອງປະຊຸມຄັ້ງນີ້.



ຕອບກັບ

ຂ່າວ/ບົດ​ອື່ນ