ໄຂ​ກອງ​ປະ​ຊຸມ​ສຸດຍອດ Milipol ອາ​ຊີ - ປາ​ຊີ​ຟິກ ແລະ TechX ປີ 2024 ຢູ່ ສິງ​ກະ​ໂປ

(VOVWORLD) - ວັນທີ 3 ເມສາ, ກອງປະຊຸມສຸດຍອດ Milipol ອາຊີ - ປາຊີຟິກ ແລະ ກອງປະຊຸມເຕັກໂນໂລຢີ TechX ຄັ້ງທຳອິດ ໄດ້ໄຂຂຶ້ນຢູ່ ສິງກະໂປ, ດ້ວຍຫົວຂໍ້ “ຊຸກຍູ້ການປ່ຽນແປງໃໝ່: ເພື່ອອະນາຄົດທີ່ປອດໄພ ແລະ ມີສະຖຽນລະພາບ”.
ໄຂ​ກອງ​ປະ​ຊຸມ​ສຸດຍອດ Milipol ອາ​ຊີ - ປາ​ຊີ​ຟິກ ແລະ TechX ປີ 2024 ຢູ່ ສິງ​ກະ​ໂປ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

 ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນໂທ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເລືອງຕາມກວາງ ນຳໜ້າ ເຂົ້າຮ່ວມກອງປະຊຸມ ແລະ ບັນດາເຫດການອ້ອມຂ້າງ. ກ່າວຄຳເຫັນໄຂເຫດການ, ທ່ານລັດຖະມົນຕີກະຊວງພາຍໃນ ທັງເປັນລັດຖະມົນຕີກະຊວງກົດໝາຍ ສິງກະໂປ K.Shanmugam ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ ແມ່ນໂອກາດທີ່ດີ ເພື່ອເຕົ້າໂຮມບັນດາຝ່າຍທີ່ກ່ຽວຂ້ອງໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ, ຄວາມໝັ້ນຄົງພາຍໃນ ເພື່ອແບ່ງປັນບົດຮຽນ, ປະສົບການ ແລະ ພຶດຕິກຳຕົວຈິງ. ສິ່ງສຳຄັນແມ່ນ ຕ້ອງສ້າງລະບົບນິເວດທີ່ເຂັ້ມແຂງລະຫວ່າງ ລັດຖະບານ, ຂະແໜງອຸດສາຫະກຳ ກັບວົງການວິຊາການວິທະຍາ.

        ກອງປະຊຸມສຸດຍອດ TechX ດ້ວຍຫົວຂໍ້ “ປັນຍາປະດິດ (AI) ແລະ ຄວາມໝັ້ນຄົງພາຍໃນ” ເພື່ອປຶກສາຫາລືກ່ຽວກັບການຜັນຂະຫຍາຍ AI ໃນການປ້ອງກັນຄວາມໝັ້ນຄົງພາຍໃນຂອງລັດຖະບານບັນດາປະເທດໃນໂລກ; ການເຊື່ອມໂຍງຂອງຂະແໜງອຸດສາຫະກຳ AI ກໍຄື ສິ່ງທ້າທາຍຈາກຂະແໜງນີ້, ການຄຸ້ມຄອງ ແລະ ຄວາມສະຫງົບຢູ່ເຂດຊາຍແດນ, ຕ້ານອາດຊະຍາກຳທາງອິນເຕີເນັດ ແລະ ການສໍ້ໂກງ, ຕົວະຕົ້ມ, ພັດທະນາ AI ໂດຍຖືມະນຸດເປັນໃຈກາງ...


ຕອບກັບ

ຂ່າວ/ບົດ​ອື່ນ