ໄຂກອງ​ປະ​ຊຸມ​ສຸດຍອດ NATO

(VOVWORLD) - ການນຳບັນດາປະເທດສະມາຊິກ NATO ໄດ້ອອກຖະແຫຼງການກ່ຽວກັບອະນາຄົດຂອງເລື່ອງ ຢູແກຼນ ເຂົ້າເປັນສະມາຊິກ NATO.
ໄຂກອງ​ປະ​ຊຸມ​ສຸດຍອດ NATO - ảnh 1ບັນຍາກາດຂອງກອງປະຊຸມ (ພາບ: TTXVN)

ກອງປະຊຸມສຸດຍອດ ອົງການອັດລັງຕິກເໜືອ (NATO) ຖືກໄຂຂຶ້ນໃນວັນທີ 11 ກໍລະກົດ, ຢູ່ນະຄອນຫຼວງ Vilnius ຂອງລິດວາ. ໃນ 2 ວັນ, ຄືວັນທີ 11 – 12 ກໍລະກົດ, ບັນດາການນຳ NATO ໄດ້ໃຫ້ບຸລິມະສິດແກ້ໄຂສິ່ງທ້າທາຍຕ່າງໆ, ເປັນຕົ້ນແມ່ນ: ແຜນການຮັບເອົາ ຊູແອັດ ແລະ ຢູແກຼນ ເຂົ້າເປັນສະມາຊິກ; ຄວາມຄືບໜ້າໃນການເພີ່ມກຳລັງປະຈຳການຢູ່ເຂດທາງທິດຕາເວັນອອກ.

        ໃນວາລະປະຊຸມເມື່ອວັນທີ 12 ກໍລະກົດ, ການນຳບັນດາປະເທດສະມາຊິກ NATO ໄດ້ອອກຖະແຫຼງການກ່ຽວກັບອະນາຄົດຂອງເລື່ອງ ຢູແກຼນ ເຂົ້າເປັນສະມາຊິກ NATO. ຕາມຖະແຫຼງການແລ້ວ, ບັນດາການນຳ NATO ກໍເຫັນດີເປັນເອກະພາບກັບມາດຕະການ ທີ່ມີ 3 ປັດໄຈຊ່ວຍໃຫ້ ຢູແກຼນ ເຂົ້າເປັນສະມາຊິກ NATO, ລວມມີ: ລາຍການໜູນຊ່ວຍໃໝ່ແກ່ຍາວໃນຫຼາຍປີ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ວິວັດການຫັນປ່ຽນກຳລັງປະກອບອາວຸດ ຢູແກຼນ ໃຫ້ບັນລຸມາດຖານຂອງ NATO, ຊ່ວຍສ້າງຄືນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງ ຢູແກຼນ, ຕອບສະໜອງບັນດາຄວາມຕ້ອງການສຳຄັນຄື ເຊື້ອໄຟ, ອຸປະກອນເກັບກູ້ລູກລະເບີດຍັງບໍ່ທັນແຕກ ແລະ ອຸປະກອນການແພດ. ບັນດາການນຳ NATO ກໍເຫັນດີເປັນເອກະພາບສ້າງສະພາ NATO - ຢູແກຼນ ໃໝ່ ໃນວັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ