ໄຂກອງປະຊຸມສຸດຍອດ ຈີນ - ສະຫະພາບ ເອີລົບ

ໄຂກອງປະຊຸມສຸດຍອດ ຈີນ - ສະຫະພາບ ເອີລົບ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຈີນ ​ເວິນ​ເຈຍ​ປາວ ແລະ ປະທານ​ສະພາ ​ເອີ​ລົບ Herman Van Rompuy

( vovworld ) - ​ວັນ​ທີ 14/2, ກອງ​ປະຊຸມ​ສຸດ​ຍອດ ຈີນ - ສະຫະພາບ ​ເອີ​ລົບ ( EU ) ຄັ້ງ​ທີ 14 ​ໄດ້​ຖືກໄຂ​ຂື້ນ​ຢູ່​ນະຄອນຫຼວງ​ປັກ​ກິ​່ງ. ທ່ານ​ນາຍົກລັດຖະມົນຕີ ຈີນ ​ເວິນ​ເຈຍ​ປາວ, ປະທານ​ສະພາ ​ເອີ​ລົບ Herman Van Rompuy, ປະທານ​ຄະນະ​ກຳມະການ ​ເອີ​ລົບ Jose Manuel Barroso ​ໄດ້​ເປັນ​ປະທານຮ່ວມ​ກອງ​ປະຊຸມ. ກອງ​ປະຊຸມ​ຄັ້ງ​ນີ້​​ແມ່ນ​ກາລະໂອກາດສຳຄັນ​ເພື່ອ​ໃຫ້ ຈີນ ​ແລະ ສະຫະພາບ ​ເອີ​ລົບ ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ສາຍ​ພົວພັນ​ຍຸດ​ທະ​ສາດ​ສອງ​ຝ່າຍ​ກວ່າ​ອີກ, ກໍ​ຄື​ການ​ຮັບ​ມື​ກັບ​ວິ​ກິດ​ການ​ໜີ​້ສິນ​ຂອງ​ລັດ. ການ​ນ​ຳສອງ​ຝ່າ​ຍຈະ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ເສດຖະກິດ​ໂລກ, ວິ​ກິດ​ການ​ໜີ້​ສິນ​ຂອງ​ ​ເອີ​ລົບ, ສ້າງສາ​ຍພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ ຈີນ - ສະຫະພາບ​ ​ເອີ​ລົບ ​ໃຫ້ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ.


ຂ່າວ/ບົດ​ອື່ນ