ໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 21

ໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 21 - ảnh 1
​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 21
ພາບ:TTXVN


(vovworld) - ຕອນ​ເຊົ້າວັນ​ທີ 18/11, ຢູ່​ນະຄອນຫລວງ​ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ, ​ໄດ້​ໄຂ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 21 ພາຍ​ໃຕ້​ຫົວ​ຂໍ້​ວ່າ: ປະຊາ​ຄົມ​ດຽວ, ຊາຕະ​ກຳ​ດຽວ”, ​ເປີດ​ສາກ​ໃຫ້​ແກ່​ບັນດາ​ກອງ​ປະຊຸມ​ສຸດ​ຍອດຂອງ ອາ​ຊຽນ ​ແລະ ລະຫວ່າງ ອາ​ຊຽນ ກັບ​ບັນດາ​ປະ​ເທດ​ຄູ່​ເຈລະຈາ ຊື່​ງຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 20/11. ​ໃນ​ສູນ​ທອນ​ພົດ​ໄຂ​ກອງ​ປະຊຸມ, ​ ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ ສົມ​ເດັດ ​ເຕ​​ໂຊ ຮຸນ​ແຊນ ​ໄດ້​ສະ​ເຫ​ນີກອງ​ປະຊຸມ​ສຸມ​ໃສ່​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ວິວັດ​ທະ​ນາ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ, ​ແຜນການ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ຈອດ​ ອາ​ຊຽນ, ປະຕິບັດ​ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ສຳພັນ​ດ້າ​ນ​ເສດຖະກິດ, ຮັດ​ແຄບ​ຊ່ອງ​ຫວ່າງການ​ພັດທະນາ, ຊຸກຍູ້​ການ​ປະຕິບັດ​ກົດ​ບັດ ​ແລະ ບັນດາ​ກອບ​ກົດໝາຍ, ​ໃນ​ນັ້ນ ມີ​ອະນຸ​ສັນຍາ​ຂອງ​ກົດ​ບັດ​ ອາ​ຊຽນ ກ່ຽວ​ກັບ​ກົນ​ໄກ​ແກ້​ໄຂ​ການ​ພິພາດ, ຍົກ​ສູງ​ “ວັດທະນະທຳ​ ການ​ປະຕິ​ບັດ” ​ໃນ​ອາ​ຊຽນ, ຮັບປະກັນ​ຄວາມ​ສັນຕິພາບ, ສະຖຽນລະ​ພາບ​ຢູ່​ໃນ​ພາກ​ພື້ນ, ຮັບປະກັນ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ​ໃນ​ໂຄງປະ​ກອບ​ພາກ​ພື້ນ​ທີ່​ພວມ​ໄດ້​ຮັບ​ການ​ສ້າງ​ຂຶ້ນ, ​ໄປ​ຄຽງ​ຄູ່​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ຄູ່​ເຈລະຈາ ​ເພື່ອ​ຈຸດໝາຍ​ລວມຂອງ​ພາກ​ພື້ນ, ຊຸກຍູ້​ກົນ​ໄກ​ສົມທົບ​ໃນ​ອາ​ຊຽນ ​ແລະ ລະຫວ່າງ ອາ​ຊຽນ ກັບ​ບັນດາ​ປະ​ເທດ​ຄູ່​ເຈລະຈາ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃນ​ພາກ​ພື້ນ.

​        ທີ່​ພິທີ​ໄຂກອງ​ປະຊຸມ, ບັນດາ​ການ​ນຳ ອາ​ຊຽນ ​ໄດ້​ປະກາດ​ການ​ສ້າງ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ສັນຕິພາບ ​ແລະ ​ໄກ່​ເກ​ຍປອງ​ດອງ ອາ​ຊຽນ ຢ່າງ​ເປັນ​ທາງ​ການ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ໃນ ອາ​ຊຽນ ກ່ຽວ​ກັບ​ການ​ແກ​້​ໄຂການ​ພິພາດ​ໂດຍ​ສັນຕິ​ວິທີ ກໍ​ຄື​ໃນ​ຂົງ​ເຂດ​ປອ້ງກັນ    ຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ເວົ້າ​ລວມ. ພາຍຫລັງ​ພິທີ​ໄຂ, ບັນດາ​ການ​ນຳ​ ອາ​ຊຽນ ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ ກອງ​ປະຊຸມ​ສຸດ​ຍອດ​ ອາ​ຊຽນ ຄັ້ງ​ທີ 21, ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຈຸດ​ສຸມ ​ແລະ ບຸລິມະສິດ​ຂອງ ອາ​ຊຽນ. ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung  ມີ​ບົດ​ກ່າວ​ປາ​ໃສ​ສຳຄັນ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້.

        ຕອ​ນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງທີ 21, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ທ່ານ​ນາຍົກລັດຖະມົນຕີ ສິງກະ​ໂປ ຫລີ​ຊຽນຫລົງ. ນາຍົກລັດຖະມົນຕີ ທັງ​ສອງ​ທ່ານ​ໄດ້​ເຫັນ​ດີ​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ເພື່ອ​ ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູ​ດ ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2013. ທ່ານ​ນາຍົກລັດຖະມົນຕີ ຫລີ​ຊຽນຫລົງ ຢືນຢັນ ຈະ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ແລະ ສອງ​ຝ່າຍ​ຈະ​ດຳ​ເນີນ​ການ​ລົງ​ນາມ​ໃນ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ສ້າງສາ​ຍພົວພັນ​​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ ​ແລະ ສິງກະ​ໂປ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ພ້ອມ​ກັບ​ບັນດາ​ການ​ນຳ ອາ​ຊຽນ ດຳ​ເນີນ​ວາລະ​ປະຊຸ​ມລັບ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 21 ​ແລະ ລົງ​ນາມ​ໃນ​ຖະ​ແຫລ​ງການ​ຮ່ວມ​ ພະນົມ​ເປັນ ຮັບຮອງ​ເອົາ​ຖະ​ແຫລ​ງການ​ສິດ​ທິມະນຸດ ອາ​ຊຽນ. ​ເນື່ອງ​ໃນ​ໂອກາດ​ນີ້, ການ​ນຳ​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ອະນຸດ​ມັດ ​ແລະ ​ແຕ່ງ​ຕັ້ງທ່າ​ນຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ Le Luong Minh ດຳລົງ​ຕຳ​ແຫນ່​ງ​ເລ​ຂາ​ທິການ​ໃຫຍ່ ອາ​ຊຽນ ​ໃນ​ອາຍຸ​ການ​ ນັບ​ແຕ່​ປີ 2013 ຮອດ​ປີ 2017.

 

 

 

ຂ່າວ/ບົດ​ອື່ນ