ໄຂກອງປະຊຸມສຸດຍອດກຸ່ມຈີ7

ໄຂກອງປະຊຸມສຸດຍອດກຸ່ມຈີ7 - ảnh 1
ບັນດາ​ການ​ນຳ ຈີ 7 ​​ປຶກສາ​ຫາລືທີ່ກອງປະຊຸມ
(ພາບ: AFP/TTXVN)

(vovworld) – ​ ວັນ​ທີ 7/6, ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 7 ປະ​ເທດ​ອຸດສາຫະກຳ​ພັດທະນາ (G7) ຖືກ​ໄຂ​ຂຶ້ນ​ຢູ່ ​ເຢຍລະ​ມັນ. ນະທີ່​ນີ້,​ ບັນດາ​ການ​ນຳ ຈີ 7 ​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລືບາງ​ຫົວ​ຂໍ້​ຄື: ​ເສດຖະກິດ, ການ​ຄ້າ, ນະ​ໂຍບາຍ​ປ້ອງກັນ​ຄວາມ​ສະຫງົບ ​ແລະ ການພົວພັນ​ຕ່າງປະ​ເທດ. ບັນດາ​ການ​ນຳ ຈີ 7 ​ເຫັນ​ດີ​​ເປັນ​ເອກະສັນ​ຊຸກຍູ້ວິວັດ​ທະນາການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ການ​ຄ້າ ​ແລະ ການ​ລົງທຶນ​ຂ້າມ​ມະຫາ​ສະໝຸດອັດ​ລັງ​ຕິກ (TTIP). ການ​ເຈລະຈາ​ດັ່ງກ່າວຈະ​ໄດ້​ຮັບ​ການຍູ້​ແຮງ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ ​ເພື່ອ​ບັນລຸ​ໄດ້​ໝາກຜົນ​ລະອຽດ​ໃນ​ທ້າຍ​ປີ 2015. ​ເຖິງ​ວ່າ 2 ​ເນື້ອ​ໃນ​ຄືວິ​ກິດ​ການ​ໜີ້ສິນ​ຂອງ ​ເກຼັກ ​ແລະ ບັນຫາ ຢູ​​ແກຼນ ບໍ່​ແມ່ນ​ເນື້ອ​ໃນ​ຕົ້ນຕໍກໍ​ຕາມ, ​ແຕ່​​ໄດ້ຮັບ​ການ​ເຕື້ອງ​ເຖິງຈາກ​ບັນດາ​ການ​ນຳ ຈີ 7 ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ. ກ່ຽວ​ກັບ​ວິ​ກິດ​ການ​ໜີ້ສິນ​ຂອງ ​ເກຼັກ, ທ່ານ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC) Jean Claude Juncker ຮຽກຮ້ອງ ​ເກັຼກ ຈົ່ງຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ປະຕິ​ຮູບ​ໃໝ່​ໂດຍ​ໄວ. ​ກ່ຽວຂ້ອງ​ເຖິງວິ​ກິດ​ການ ຢູ​​ແກຼນ ​ແລະ ການ​ພົວພັນ​ກັບ ລັດ​ເຊຍ, ທ່ານ​ນາງ​ນາຍົກລັດຖະມົນຕີ​ເຢຍລະ​ມັນ Angela Merkel ​ແລະ ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Obama ​ໃຫ້​ຮູ້​ວ່າ: ຈະ​ໂຍະຍານບັນດາ​ມາດ​ຕະການ​ລົງ​ໂທດ ລັດ​ເຊຍ ຖ້າຫາກ​ຂໍ້​ຕົກລົງ​ສັນຕິພາບ Minsk ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຖືກ​ຕາມ​ແຜນການ.

ຂ່າວ/ບົດ​ອື່ນ