ໄຂກອງປະຊຸມສຸດຍອດກ່ຽວກັບທຸລະກິດ ຫວຽດນາມ

(VOVWORLD) - ດ້ວຍຫົວຂໍ້ວ່າ “ຫວຽດນາມ - ຄູ່ຮ່ວມມືດຳເນີນທຸລະກິດທີ່ໄວ້ເນື້ອເຊື່ອໃຈ”, ກອງປະຊຸມສຸດຍອດກ່ຽວກັບທຸລະກິດ ຫວຽດນາມ ທີ່ໄຂຂຶ້ນໃນຕອນເຊົ້າວັນທີ 7 ພະຈິກ ແມ່ນເຫດການສາກົນສຳຄັນໃນຂອບເຂດບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງ APEC 2017 ທີ່ຈັດຕັ້ງຢູ່ນະຄອນ ດ່ານັ້ງ. 
ໄຂກອງປະຊຸມສຸດຍອດກ່ຽວກັບທຸລະກິດ ຫວຽດນາມ - ảnh 1 ກອງປະຊຸມໄຂຂຶ້ນໃນວັນທີ 7 ພະຈິກ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມ ແລະ ມີບົດກ່າວປາໄສທີ່ກອງປະຊຸມ. ກອງປະຊຸມຍັງມີການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ ຫວຽດນາມ, ຕາງໜ້າບັນດາອົງການສາກົນທີ່ມີອິດທິພົນຊື່ສຽງ, ບັນດານັກຮຽນຮູ້ ພ້ອມກັບການນຳວິສາຫະກິດພາກພື້ນ ອາຊີ - ປາຊີຟິກ ແລະ ສາກົນ ນັບຮ້ອຍຄົນ.

        ກອງປະຊຸມແມ່ນກາລະໂອກາດເພື່ອໃຫ້ບັນດານັກລົງທຶນສາກົນຊອກຮູ້ກ່ຽວກັບນະໂຍບາຍເສດຖະກິດ ແລະ ພັດທະນາຂະແໜງການ, ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມື ດຳເນີນທຸລະກິດຢູ່ ຫວຽດນາມ. ໃນຂອບເຂດກອງປະຊຸມ ມີບັນດາວາລະປະຊຸມຫົວເລື່ອງສະເພາະຄື: ການກະສິກຳສະຫຼາດ; ການບໍລິການການເງິນ; ສາທາລະນະສຸກ ແລະ ການສຶກສາ…

        ກ່ອນໜ້ານັ້ນ, ວັນທີ 6 ພະຈິກ, ໃນມື້ເຮັດວຽກທຳອິດຂອງກອງປະຊຸມສະຫລຸບບັນດາເຈົ້າໜ້າທີ່ອາວຸໂສ APEC (CSOM), ບັນດາເຈົ້າໜ້າທີ່ອາວຸໂສ ໄດ້ສະຫລຸບບັນດາໝາກຜົນແຫ່ງການຮ່ວມມືຂອງບັນດາຄະນະກຳມະການ, ກຸ່ມປະຕິບັດງານເພື່ອແນໃສ່ ຫັນຫົວຂໍ້ປີ APEC 2017 “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” ເປັນລະອຽດ ແລະ 4 ບຸລິມະສິດຮ່ວມມືລວມມີ: ຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມ; ຍູ້ແຮງການຮ່ວມສຳພັນເສດຖະກິດ ພາກພື້ນໃຫ້ເລິກເຊິ່ງ, ກ້ວາງຂວາງ; ຍົກສູງກຳລັງແກ່ງແຍ້ງ, ມີຫົວຄິດປະດິດສ້າງຂອງວິສາຫະກິດຂະໜາດນ້ອຍທີ່ສຸດ, ນ້ອຍ ແລະ ກາງໃນສັງກາດ ດີຈີຕອນ; ເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ