ໄຂກອງປະຊຸມສຸດຍອດຄັ້ງທີ17ຂອງຂະບວນການບໍ່ຮ່ວມກຸ່ມ

ໄຂກອງປະຊຸມສຸດຍອດຄັ້ງທີ17ຂອງຂະບວນການບໍ່ຮ່ວມກຸ່ມ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:congly.vn

(vovworld)- ​​ ​​ຕອນ​ເຊົ້າ​ວັນ​ທີ 17/9, ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ17 ຂອງ​ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ ໄດ້​ໄຂ​ຂຶ້ນ​ຢູ່​ເກາະ Margarita ປະ​ເທດ Venezuela. ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ ປະ​ທາ​ນາ​ທິ​ບໍ​ດີ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ 22 ທ່ານ ພ້ອມ​ກັບ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 11 ທ່ານ, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ອົງ​ການ​ສັງ​ເກດ​ການ ແລະ ແຂກ​ຖືກ​ເຊີນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ມີ​ບົດ​ກ່າວ​ປາ​ໄສ​ທີີ່​ວາ​ລະ​ປຶກ​ສາ​ຫາ​ລື​ຄັ້ງ​ທຳ​ອິດ​ຂອງກອງ​ປະ​ຊຸມ. ດ້ວຍ​ສານ​ທີ່​ວ່າ: “ປັບ​ປຸງ​ຄວາມ​ສາ​ມັກ​ຄ​ີ ບົນ​ພື້ນ​ຖານ​ບັນ​ດາ​ຈຸດ​ໝາຍ ແລະ ຫລັກ​ການ​ລວມ​ເພື່ອ​ສັນ​ຕິ​ພາບ, ອະ​ທິ​ປະ​ໄຕ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ”, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ ຖື​ວ່າ: ຜ່ານ 55 ປີ​ແຫ່ງ​ການ​ພັດ​ທະ​ນາ, ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ຫລາຍ​ຢ່າງ​ໃຫ້​ແກ່​ການ​ຕໍ່​ສູ້​ເພື່ອ​ສັນ​ຕິ​ພາບ, ເອ​ກະ​ລາດ​ແຫ່ງ​ຊາດ, ຕ້ານ​ສົງ​ຄາມ ແລະ ພ້ອມ​ກັນ​ພັດ​ທະ​ນາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເຫນີ ຂະ​ບວນ​ການບໍ່​ຮ່ວມ​ກຸ່ມ​ສຸມ​ໃສ່​ປັບ​ປຸງ​ຄືນ​ຄວາມ​ສາ​ມັກ​ຄີ, ຍົກ​ສູງ​ບັນ​ດາ​ຫລັກ​ການ​ສ້າງ​ຕັ້ງ, ໃນ​ນັ້ນ ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ ສອດ​ຄ​ອ່ງ​ກັບ​ກົດ​ໝາຍ​ສາ​ກົນ, ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຂໍ້​ຕົກ​ລົງ​ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ທີ່​ກອງ​ປະ​ຊຸມ, ບັນ​ດາ​ປະ​ເທດ​ອາ​ຊຽນ ເຫັນ​ດີ ສະ​ເຫນີ ກອງ​ປະ​ຊຸມ​ຮັບ​ຮູ້​ບັນ​ດາ​ການ​ພັດ​ທະ​ນາ​ໃຫມ່​ຢູ່​ພາກ​ພື້ນ ອາ​ຊີ​ປາ​ຊີ​ຟີກ. ບັນ​ດາ​ປະ​ເທດ ອາ​ຊຽນ ສະ​ເຫນີ ກອງ​ປະ​ຊຸມ​ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ​ເພື່ອ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ ສອດ​ຄ​ອ່ງ​ກັບ​ກົດ​ໝາຍ​ສາ​ກົນ ແລະ ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ເຄົາ​ລົບ​ບັນ​ດາ​ວິ​ວັດ​ການ​ທາງ​ການ​ທູດ ແລະ ນິ​ຕິ​ທຳ, ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ຖະ​ແຫລງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ກ້າວ​ໄປ​ເຖິງ​ການ​ສ້າງ​ກົດ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ໄວ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ