ໄຂກອງປະຊຸມສຸດຍອດຄວາມໝັ້ນຄົງ,ປອດໄພນິວເຄຼຍຄັ້ງທີ3

ໄຂກອງປະຊຸມສຸດຍອດຄວາມໝັ້ນຄົງ,ປອດໄພນິວເຄຼຍຄັ້ງທີ3 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama
(ພາບ: TTXVN)


(vovworld) – ​ຕອນ​ຄຳ່​ວັນ​ທີ 24/3, ຕາມ​ເວລາ​ຫວຽດນາມ, ກອງ​ປະຊຸ​ມສຸດ​ຍອດ​ຄວາມໝັ້ນຄົງ ປອດ​ໄພ ນິວ​ເຄຼຍ ຄັ້ງ​ທີ 2 ຖື​ກ​ໄຂຂຶ້ນ​ຢູ່​ສູນ​ກອງ​ປະຊຸມ​ເວທີ​ປາ​ໄສ​ໂລກ ຢູ່ ລາ​ໄຮ, ປະ​ເທດ ​ໂຮ​ນລັງ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບ​ການ​ນຳ 53 ປະ​ເທດ ​ເຊິ່ງລວມມີ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ນິວ​ເຄຼຍ ​ແລະ ບັນດາ​ປະ​ເທດ​​ນຳ​ໃຊ້​ນິວ​ເຄຼຍ ພົນລະ​ເຮືອນ, ​ເລຂາທິການ​​ໃຫຍ່ ສປຊ, ຜູ້ອຳນວຍການ​ໃຫຍ່​ອົງການ​ພະລັງງານ​ປະລະ​ມາ​ນູສາກົນ​ (IAEA), ປະທານ​ສະຫະ​ພາບ ​ເອີ​ລົບ (EU) ​.​.​.​​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ ​ໂຮ​ນລັງ, ​ເລ​ຂາ​ທິການ​ໃຫຍ່ ສປຊ ​ແລະ ປະທານາທິບໍດີ ສ. ​ເກົາຫຼີ (ປະ​ເທດ​ເຈົ້າພາບ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນ​ຄົງ, ປອດ​ໄພ​ນິວ​ເຄຼຍຄັ້ງ​ທີ 2) ​ໄດ້ຊົມ​ເຊີຍ​ບັນດາ​ຄວາມ​ຄືບໜ້າພໍ​ສົມຄວນ​ທີ່​ບັນລຸ​ໄດ້​ຜ່ານ​ກອງ​ປະຊຸມ​ສຸດ​ຍອດ​ຢູ່ ວໍ​ຊິງ​ຕັນ​ ປີ 2010 ​ແລະ ​ເຊີ​ອູ​ນ ປີ 2012.

    ພາຍຫຼັງ​ວາລ​ະ​ໄຂ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ ພ້ອມ​ກັບການ​ນຳ​ປະ​ເທດ​ຕ່າງໆ​ໄດ້​ເຂົ້າຮ່ວມ​ວາລະ​ປຶກສາ​ຫາລື ນະ​ໂຍບາຍ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້. ວັນ​ທີ 25/3, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ສືບ​ຕໍ່​ເຂົ້າ​ຮ່ວມ ວາລະ​ປະຊຸມ​ຄົບ​ຄະນະ ​ແລະ ຫົວ​ເລື່ອງສະ​ເພາະ​ 3 ຄັ້ງ. ທ່ານ​ນາຍົກລັດຖະມົນຕີ ຈະ​ມີ​ບົດ​ກ່າວ​ປາ​ໄສ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 1.

    ກ່ອນ​ໜ້າ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ມີ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ກັບ​ປະມຸກ​ລັດ ​ແລະ ການ​ນຳ​ລັດຖະບານ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ.​​..​

    ທີ່​ການ​ພົບ​ປະ​ກັບ​ທ່ານ​ປະທານ​ປະ​ເທດ ​ຈີນ ສື້ຈີ້​ນຜິ​ງ, 2 ຝ່າຍ​ສະ​ແດ​ງຄວາມ​ປິຕິ​ຊົມ​ຊື່ນ​ຕໍ່ໜ້າ​ບັນດາ​ຄວາມ​ຄືບ​ໜ້າ​ອັນ​ໃຫຍ່​ຫຼວງ​​ໃນ​ການ​ພົວພັນ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ທັງ​ປາດ​ຖະໜາ​ຢາກ​ມີ​ບັນດາ​ແຜນການ​ລະອຽດ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ, ປາດ​ຖະໜາ​ຢາກ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍດຳ​ເນີນ​ກອງ​ປະຊຸມ​ປຶກສາ​ຫາລືບັນດາ​ມາດ​ຕະການ​ເພື່ອ​ຊຸກຍູ້​ການ​ພົວພັນ​ໂດຍ​ໄວ.

    ທີ່​ການ​ພົບ​ປະ​ກັບທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຊົມ​ເຊີຍ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ຂອງ ຫວຽດນາມ ທີ່​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ນິວ​ເຄຼຍ​.​.​.​ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢືນຢັນ ຫວຽດນາມ ປາດ​ຖະໜາ​ຢາກ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ​, ມີ​ປະສິດທິ​ຜົນ​ໃນບັນດາຂົງ​ເຂດ.

    ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ຫນ້າ​ບັນດາ​ບາດ​ກ້າວ​ພັດທະນາ​ໃໝ່​ຂອງ​ການ​ພົວພັນ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ Shinzo Abe ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢືນຢັນ​ຄວາມ​ຕັດສິນ​ໃຈ​ຜັນ​ຂະຫຍາຍ​ໝາກຜົນ​ຂອງ​ການ​ຢ້ຽມຢາມ ຍີ່​ປຸ່ນທີ່​ຜ່ານ​ມາ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​​ເຈືອງ​ເຕີນ​ຊາງ, ຢ່າງ​ຕັ້ງ​ໜ້າ, ມີ​ປະສິດທິ​ຜົນ.

    ​ເມື່ອ​ພົບ​ປະ​ກັບທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ , ທ່ານ​ນາງ​ປະທານາທິບໍດີ ສ.​ເກົາຫຼີ Park Geun Hye ປາດ​ຖາ​ໜາ​ຢາກ​ໃຫ້ 2 ປະ​ເທດ​ສຳ​ເລັດການ​ເຈລະຈາ FTA ​ໂດຍ​ໄວ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ການ​ຄ້າ, ການ​ລົງທຶນ​ລະຫວ່າງ 2 ປະ​ເທດ.​.​.​.

    ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ 2 ຝ່າຍ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ຢູ່ ​ໂຮ​ນລັງ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​​ໄປ​ຢ້ຽມຢາມ ສະພາ​ແຫ່ງ​ຊາດ ​ໂຮ​ນລັງ ​ແລະ ມີ​ການ​ພົບ​ປະ, ​ເຮັດ​ວຽກ​ກັບ​ທ່ານ Ard Van Der Steur, ຮອງ​ປະທານ​ຄະນະ​ກຳມະການ​ປະຈຳ​ສະພາ​ຕຳ່ ​ໂຮນລັງ.

ຂ່າວ/ບົດ​ອື່ນ