ໄຂ​ກອງ​ປະ​ຊຸມ​ສຸດຍອດ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ ອາ​ຊຽນ - ສ.ເກົາຫຼີ ​ຄັ້ງ​ທີ 3

(VOVWORLD) -ພິທີໄຂໄດ້ຖ່າຍທອດສົດໃນ Youtube, ທ່ານນາງ Achala Abeysinghe ຜູ້ອຳນວຍການເຂດອາຊີ ຂອງສະຖາບັນການເຕີບໂຕສີຂຽວທົ່ວໂລກ (GGGI) ແລະ ນັກເຄື່ອນໄຫວ Park Ha-yeongຂຶ້ນກັບອົງການຊາວໜຸ່ມເພື່ອສິ່ງແວດລ້ອມສີຂຽວ ສ.ເກົາຫຼີ (GEYK) ໄດ້ກ່າວປາໄສກ່ຽວກັບຫົວຂໍ້ “ອະນາຄົດອາດຈະຝັນ” ແລະ “ຊາວໜຸ່ມເຍົາວະຊົນເພື່ອການເຕີບໂຕສີຂຽວ”. 
ໄຂ​ກອງ​ປະ​ຊຸມ​ສຸດຍອດ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ ອາ​ຊຽນ - ສ.ເກົາຫຼີ ​ຄັ້ງ​ທີ 3 - ảnh 1“ກອງປະຊຸມສຸດຍອດຊາວໜຸ່ມເຍົາວະຊົນ ສ.ເກົາຫຼີ - ອາຊຽນຄັ້ງທີ 3”  (ພາບ: YONHAP News)

“ກອງປະຊຸມສຸດຍອດຊາວໜຸ່ມເຍົາວະຊົນ ສ.ເກົາຫຼີ - ອາຊຽນຄັ້ງທີ 3” ໄດ້ດຳເນີນໃນວັນທີ 9 – 12 ສິງຫາ ຢູ່ສູນຊາວໜຸ່ມເຍົາວະຊົນສາກົນຢູ່ເມືອງ Gangseo, ນະຄອນຫຼວງ ເຊີອູນ. ກອງປະຊຸມມີການເຂົ້າຮ່ວມຂອງຊາວໜຸ່ມເຍົາວະຊົນ ສ.ເກົາຫຼີ ແລະ 10 ປະເທດ ອາຊຽນ ກ່ວາ 100 ຄົນຄື ກຳປູເຈຍ, ອິນໂດເນເຊຍ, ລາວ, ຟີລິບປິນ ແລະ ຫວຽດນາມ ຕາມຮູບແບບທາງໄກ ແລະ ໂດຍກົງ.

ພິທີໄຂໄດ້ຖ່າຍທອດສົດໃນ Youtube, ທ່ານນາງ Achala Abeysinghe ຜູ້ອຳນວຍການເຂດອາຊີ ຂອງສະຖາບັນການເຕີບໂຕສີຂຽວທົ່ວໂລກ (GGGI) ແລະ ນັກເຄື່ອນໄຫວ Park Ha-yeongຂຶ້ນກັບອົງການຊາວໜຸ່ມເພື່ອສິ່ງແວດລ້ອມສີຂຽວ ສ.ເກົາຫຼີ (GEYK) ໄດ້ກ່າວປາໄສກ່ຽວກັບຫົວຂໍ້ “ອະນາຄົດອາດຈະຝັນ” ແລະ “ຊາວໜຸ່ມເຍົາວະຊົນເພື່ອການເຕີບໂຕສີຂຽວ”. ໃນວັນສຸດທ້າຍຂອງເຫດການ 12 ສິງຫາ, ກອງປະຊຸມຈະຍົກອອກຖະແຫຼງການຊາວໜຸ່ມເຍົາວະຊົນ ສ.ເກົາຫຼີ - ອາຊຽນ. ທ່ານ Lee Ki-soon ຮອງລັດຖະມົນຕີກະຊວງແມ່ຍິງ ແລະ ຄອບຄົວ ສ.ເກົາຫຼີ ໄດ້ສະແດງຄວາມຫວັງວ່າ ເຫດການຄັ້ງນີ້ຈະເປີດປະຕູໃຫ້ແກ່ສຳພັນທະມິດ, ການຮ່ວມມືຂອງຊາວໜຸ່ມເຍົາວະຊົນ ສ.ເກົາລີ ແລະ ອາຊຽນ, ເຊິ່ງແມ່ນອະນາຄົດຂອງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ