ໄຂກອງ​ປະ​ຊຸມສຸດຍອດ​ປະ​ຈຳ​ປີ​ຂອງ​ສະ​ຫະ​ພາບ ອາ​ຟ​ຼິກ​ກາ

(VOVWORLD) -ກອງປະຊຸມສຸດຍອດປະຈຳປີ ຂອງ ສະຫະພາບ ອາຟຼິກກາ (AU) ໄດ້ໄຂຂຶ້ນໃນວັນທີ 9 ກຸມພາຢູ່ນະຄອນຫຼວງ Addis Ababa ຂອງ ເອທິໂອເປຍ. ດ້ວຍຫົວຂໍ້ “ບໍ່ມີສຽງປືນ”

ກອງປະຊຸມໄດ້ດຳເນີນເປັນເວລາ 2 ວັນ, ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງການນຳບັນດາປະເທດອາຟຼິກກາເພື່ອແນໃສ່ສຸມໃສ່ປຶກສາຫາລື ແລະ ຊອກຫາວິທີການຜັນຂະຫຍາຍບົດບາດນຳພາຂອງ ສະຫະພາບນີ້ຕໍ່ບັນດາປະເທດໃຫ້ດີທີ່ສຸດເພື່ອແກ້ໄຂບັນດາການປະທະກັນທີ່ພວມແຜ່ລາມໃນທົ່ວອາຟຼິກກາ.

ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ, ທ່ານ Moussa Faki ປະທານຄະນະກຳມະການສະຫະພາບ AU ໃຫ້ຮູ້ວ່າ AU ຄັດຄ້ານ ແຜນການສ້າງສັນຕິພາບຢູ່ຕາເວັນອອກກາງຂອງທ່ານ Donald Trump ປະທານາທິບໍດີອາເມລິກາ ກ່ຽວກັບການຢຸດຕິດການປະທະກັນລະຫວ່າງ ອິດສະລາແອນ ແລະ ປາແລດສະຕິນ. ທ່ານ Moussa Faki ກໍ່ເຕື້ອງເຖິງບັນດາບັນຫາທີ່ບັນດາປະເທດອາຟຼິກກາໄດ້ປະເຊີນໜ້າໃນປັດຈຸບັນຄື: ການກໍ່ການຮ້າຍ, ການປະທະກັນ…

ຕອບກັບ

ຂ່າວ/ບົດ​ອື່ນ