ໄຂກອງປະຊຸມສຸດຍອດພິເສດອາຊຽນ-ອາເມລິກາ

ໄຂກອງປະຊຸມສຸດຍອດພິເສດອາຊຽນ-ອາເມລິກາ - ảnh 1
ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອ​າ​ເມ​ລິ​ກາ
ພາບ:thanhnien.vn

(vovworld)- ຕອນ​ເຊົ້າ​ວັນ​ທີ 16/2, ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອ​າ​ເມ​ລິ​ກາ ໄດ້​ໄຂ​ຂຶ້ນ​ຢູ່ Sunnylands ລັດ California ສະ​ຫະ​ລັດ​ອາ​ເມ​ລິ​ກາ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ແລະ ການ​ນຳ 10 ປະ​ເທດ ອາ​ຊຽນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ດັ່ງ​ກ່າວ. ໃນ​ມື້​ເຮັດ​ວຽກ​ທຳ​ອິດ ດ້ວຍ​ຫົວ​ຂໍ້: “ຊຸກ​ຍູ້​ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ ໂດຍ​ອີງ​ໃສ່​ການ​ປ່ຽນ​ແປງ​ໃຫມ່ ແລະ ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ”, ກອງ​ປະ​ຊຸມ ຈະ​ສຸມ​ໃສ່​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ, ການ​ຄ້າ ດ້ວຍ​ຈຸດ​ສຸມ​ແມ່ນ​ຜັນ​ຂ​ະ​ຫຍາຍ TPP, ສັນ​ຍາ​ການ​ຄ້າ​ເສ​ລີ​ມາດ​ຕະ​ຖານ​ສູງ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 4 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ຊື່ງ​ລວມ​ມີ: ສິງ​ກະ​ໂປ, ບ​ຣູ​ໄນ, ມາ​ເລ​ເຊຍ ແລະ ຫວຽດ​ນາມ. ໃນ​ວາ​ລະ​ປະ​ຊຸມ​ວົງ​ແຄບ ພາ​ຍ​ຫລັງ​ວາ​ລະ​ໄຂ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama ແລະ ປະ​ທານ​ປະ​ເທດ​ລາວ ຈູມ​ມາ​ລີ ໄຊ​ຍະ​ສອນ ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ, ຕໍ່​ມາ​ແມ່ນ​ວາ​ລະ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ບັນ​ດາ​ການ​ນຳ ອາ​ຊຽນ ແລະ ອາ​ເມ​ລິ​ກາ.

        ກ້າວ​ເຂົ້າ​ສູ່ມື້​ເຮັດ​ວຽກ​ທີ 2, ກອງ​ປະ​ຊຸມ​ຈະ​ປຶກ​ສາ​ຫາ​ລື​ບັນ​ຫາ​ທະ​ເລ, ໃນ​ນັ້ນ ເນັ້ນ​ຫນັກ​ເຖິງ​ຄວາມ​ເສ​ລີ​ ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນອກນັ້ນ ບັນ​ດາ​ການ​ນຳ ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ລັດ​ທິກໍ່​ການ​ຮ້າຍ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ຂ້າມ​ຊາດ.

 ອາ​ເມ​ລິ​ກາ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ອາ​ຊຽນ ແລະ ນີ້​ແມ່ນກອງ​ປະ​ຊຸມ​ສຸດຍອດ​ທຳ​ອິດ​ລະ​ຫວ່າງ ອາ​ຊຽນ ແລະ ປະ​ເທດ​ຄູ່​ຮ່ວມ​ມື​ຈຳ​ນວນ​ຫນຶ່ງ ພາຍ​ຫລັງ​ປະ​ຊາ​ຄົມ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ. ວົງ​ການ​ນັກ​ໄຈ້​ແຍກ​ສັງ​ເກດ​ວ່າ ຝ່າຍ​ອາ​ເມ​ລິ​ກາ ຖື​ກອງ​ປະ​ຊຸມນ​ີ້​ເປັນ​ສຳ​ຄັນ, ເປັນ​ຂີດ​ໝາຍ​ກ່ຽວ​ກັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ໃນ​ອາ​ຍຸ​ການ​ສຸດ​ທ້າຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ພ້ອມ​ທັງ​ສະ​ແດງ​ຄຳ​ໝັ້ນ​ສັນ​ຍາ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ຫັນ​ທິດ​​ໄປສູ່​ອາ​ຊີ ຂອງວ​ໍ​ຊິງ​ຕັນ ບໍ່​ພຽງ​ແຕ່​ດ້ວຍ​ຄຳ​ເວົ້າ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ບັນ​ດາ​ການ​ກະ​ທຳ​ລະ​ອ​ຽດ​ອີກ​ດ້ວຍ.

 

 

 

 

 

ຂ່າວ/ບົດ​ອື່ນ