ໄຂກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ບັນດາປະເທດເກາະ ປາຊີຟິກ

(VOVWORLD) - ຄາດວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ມີການເຈລະຈາກັບການນຳບັນດາປະເທດ ເກາະ ປາຊີຟິກ ແລະ ຈັດງານລ້ຽງທີ່ທຳນຽບຂາວ.
ໄຂກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ບັນດາປະເທດເກາະ ປາຊີຟິກ - ảnh 1ທ່ານນາງປະທານສູນຕາເວັນອອກ - ຕາເວັນຕົກ Suzanne Puanani Vares-Lum ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ:Kevin Wolf/ REUTERS)

ວັນທີ 28 ກັນຍາ, ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ ແລະ ບັນດາປະເທດ ເກາະ ປາຊີຟິກ ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດ ອາເມລິກາ. ກອງປະຊຸມສຸດຍອດແກ່ຍາວເປັນເວລາ 2 ວັນດ້ວຍການເຂົ້າຮ່ວມຂອງບັນດາການນຳທີ່ມາຈາກ 12 ປະເທດເກາະ ປາຊີຟິກ ແລະ ຜູ້ຕາງໜ້າ ອົດສະຕາລີ, ນິວຊີແລນ ດ້ວຍຖານະເປັນນັກສັງເກດການ. ຄາດວ່າ, ທ່ານປະທານາທິບໍດີ ອາເມລິກາ Joe Biden ມີການເຈລະຈາກັບການນຳບັນດາປະເທດ ເກາະ ປາຊີຟິກ ແລະ ຈັດງານລ້ຽງທີ່ທຳນຽບຂາວ. ບັນດາເນື້ອໃນປຶກສາຫາລືທີ່ກອງປະຊຸມຄັ້ງນີ້ຈະສຸມໃສ່ບັນຫາການປ່ຽນແປງຂອງດິນຟ້າອາກາດ, ຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ  - 19, ຄວາມໝັ້ນຄົງປອດໄພໃນການເດີນເຮືອ, ການປົກປັກຮັກສາສິ່ງແວດລ້ອມຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ. ແລະໃນຂອບເຂດກອງປະຊຸມ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Biden ເປັນຄັ້ງທຳອິດຈະປະກາດຍຸດທະສາດປາຊີຟິກ ລະອຽດ, ເຊິ່ງນອນໃນຂອບເຂດຍຸດທະສາດສັງລວມ ມະຫາສະໝຸດອິນເດຍ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ