ໄຂກອງປະຊຸມ​ສຸດຍອດສື່ມວນຊົນ​ຂອ​ບການຮ່ວມມື ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ 2018

(VOVWORLD) -ຕ່ອນບ່າຍວັນທີ 02 ກໍລະກົດ, ກອງປະຊຸມສຸດຍອດສື່ມວນຊົນ ຂອບການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC) 2018 ໄດ້ໄຂຂຶ້ນຢູ່ນະຄອນຫລວງ ວຽງຈັນ ປະເທດ ລາວ,
ໄຂກອງປະຊຸມ​ສຸດຍອດສື່ມວນຊົນ​ຂອ​ບການຮ່ວມມື ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ 2018 - ảnh 1 ພິທີໄຂກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມື ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ 2018 (ພາບ: KPL)

ດ້ວຍຫົວຂໍ້ວ່າ: “ການຮ່ວມມືໃນປະຊາຄົມແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ເພື່ອອະນາຄົດອັນດີງາມ”. ເຂົ້າຮ່ວມພິທີໄຂກອງປະຊຸມມີທ່ານ ສາດສະດາຈານ, ປະລິຍາເອກ ກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ, ທ່ານ ຮວງຄຸນມິງ ຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດ ຈີນ; ພ້ອມດ້ວຍຜູ້ຕາງໜ້າຂັ້ນສູງບັນດາສຳນັກຂ່າວສານໃຫຍ່ຂອງ 6 ປະເທດເຂົ້າຮ່ວມຂອບເຂດ MLC ລວມມີ: ກຳປູເຈຍ, ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ. ກອງປະຊຸມສື່ມວນຊົນ MLC 2018 ໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ສົນທົບກັບໜັງສືພິມ ເຢີນໝີນຢືປາວ (ຈີນ) ຮ່ວມກັນຈັດຕັ້ງ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະລິຍາເອກ ກິແກ້ວ ໄຂຄຳພິທູນ ເນັ້ນໜັກວ່າ ກອງປະຊຸມສື່ມວນຊົນຄັ້ງນີ້ ມີຄວາມໝາຍສຳຄັນ ເມື່ອຊຸກຍູ້ການຮ່ວມມື, ເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນ ແລະ ວົງການສື່ມວນຊົນບັນດາປະເທດເຂົ້າຮ່ວມ MLC. ຕາມແຜນການແລ້ວ, ຕອນເຊົ້າວັນທີ 07 ກໍລະກົດ ກອງປະຊຸມສືບຕໍ່ເຮັດວຽກ.

ໄຂກອງປະຊຸມ​ສຸດຍອດສື່ມວນຊົນ​ຂອ​ບການຮ່ວມມື ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ 2018 - ảnh 2 ບັນດາການນຳເຂົ້າຮ່ວມກອງປະຊຸມ (ພາບ: KPL)

ຕອບກັບ

ຂ່າວ/ບົດ​ອື່ນ