ໄຂກອງປະຊຸມສຸດຍອດສະຫະພັນອາຣັບຢູ່ຄູເວດ

 ໄຂກອງປະຊຸມສຸດຍອດສະຫະພັນອາຣັບຢູ່ຄູເວດ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດ​ຍອດ​ສະຫະພັນ​ ອາຣັບ
ພາບ:baomoi.com


(vovworld) - ວັນ​ທີ 25/3, ກອງ​ປະຊຸມ​ສຸດ​ຍອດ​ສະຫະພັນ​ ອາຣັບ(AL) ຄັ້ງ​ທີ 25 ​ທີ່​ມີ​ຫົວ​ຂໍ້​ວ່າ: ສາມັກຄີ​ເພື່ອ​ອະນາຄົດ​ດີງາມ​ກວ່າ” ຖືກ​ໄຂ​ຂຶ້ນ​ຢູ່ ສູນ Bayan ຢູ່ ນະຄອນຫລວງ ຄູ​ເວດ ຊີ​ຕີ ຂອງ​ປະ​ເທດ​ຄູ​ເວດ ​. ກອງປະຊຸ​ມ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ ປະ​ມຸກ​ລັດ 13 ທ່ານ​ຂອງ​ບັນດາ​ປະ​ເທດ ອາຣັບ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ​ກອງ​ປະຊຸ​ມ, ກະສັດ ຄູ​ເວດ Shekh Sabah Al- Sabah ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ອາຣັບ ຈົ່ງ​ສາມັກຄີ ​ແລະ ສົມທົບ​ນະ​ໂຍບາຍ​ເພື່ອ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ວັດທະນາ​ຖາວອນ​ລວມ. ກອງ​ປະ​ຊຸມ ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ລັດທິ​ກໍ​ການ​ຮ້າຍ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ຢູ່ ລີ​ບັງ ​ແລະ ວິວັດ​ການ​ການ​ເມືອງ​ຂອງ ອີ​ຢີບ. ຄາດ​ວ່າ ຖະ​ແຫລ​ງການ ຄູ​ເວດ ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ການ​ເມືອງ, ​ເສດ​ຖະກິດ, ສັງຄົມ ​ແລະ ພັດທະນາ​ຢູ່ ອີ​ຢີບ ຈະ​ຖືກ​ຍົກ​ອອກ​ພາຍຫລັງ​ສິ້ນ​ສຸດ​ກອງ​ປະຊຸມ​ໃນ​ວັນ​ທີ 26/3.

 

ຂ່າວ/ບົດ​ອື່ນ