ໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ພ້ອມກັບການນຳບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35

ໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 - ảnh 1ໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35

(ພາບ: TTXVN)

ຕອນເຊົ້າວັນທີ 03 ພະຈິກ, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ພ້ອມກັບການນຳບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35, ໂດຍທ່ານນາຍົກລັດຖະມົນຕີໄທ ປຣຸດ ຈັນໂອຊາ, ປະທານອາຊຽນ 2019 ເປັນປະທານ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີໄທ ປຣຸດ ຈັນໂອຊາ ໄດ້ເນັ້ນໜັກເຖິງບັນດາຜົນງານເຊິ່ງອາຊຽນ ບັນລຸໄດ້ໃນປີ 2019 ດ້ວຍຫົວຂໍ້ “ຊຸກຍູ້ການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງ”. ທ່ານນາຍົກລັດຖະມົນຕີໄທ ກໍ່ເນັ້ນໜັກເຖິງ ຄວາມສຳຄັນຂອງການຮ່ວມມືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກສຳລັບວິວັດທະນາການກໍ່ສ້າງປະຊາຄົມອາຊຽນ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 02 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດຄົບຄະນະອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາປະເທດອາຊຽນ ເສີມຂະຫຍາຍຈິດໃຈສະໜັບສະໜູນຫວຽດນາມ ປະຕິບັດສຳເລັດໜ້າທີ່ເປັນປະທານອາຊຽນ 2020. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງເງື່ອນໄຂຕັດສິນຊີ້ຂາດເພື່ອໃຫ້ມີສັນຕິພາບ ແລະ ສະຖຽນລະພາບ ແມ່ນຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍເຄົາລົບກົດໝາຍສາກົນ. ໃນໄລຍະຜ່ານມາ, ໄດ້ເກີດບັນດາເຫດການທີ່ຮ້າຍແຮງທີ່ລະເມີດກົດໝາຍສາກົນໃນເຂດທະເລຢູ່ພາກພື້ນ ແລະ ຫວຽດນາມ, ເຖິງວ່າຫາກໍ່ຢຸດຕິລົງຫວ່າງມໍ່ໆມານີ້ກໍ່ຕາມ, ແຕ່ກໍ່ໄດ້ສ້າງບັນດາບົດຮຽນຢ່າງເລິກເຊິ່ງໃຫ້ແກ່ອາຊຽນ. ຫວຽດນາມ ເດັດດຽວ ແລະ ຢືດໝັ້ນປົກປ້ອງກົດໝາຍສາກົນໃນບັນດາການພົວພັນສາກົນເວົ້າລວມ ແລະ ໃນບັນຫາທະເລຕາເວັນອອກເວົ້າສະເພາະ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ອາຊຽນ ໄດ້ຮັກສາຄວາມສາມັກຄີ ແລະ ເປັນເອກະພາບ, ສະແດງໃຫ້ເຫັນຜ່ານຫຼັກໝັ້ນທີ່ໄດ້ຍົກອອອກມາໃນກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 52, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ກົດແຫ່ງການປະພຶດໃນທະເລຕາເວັນອອກ (COC) ໃຫ້ມີປະສິດທິພາບ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີໄດ້ມີການພົບປະກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres; ທ່ານນາຍົກລັດຖະມົນຕີໄທ ປຣຸດ ຈັນໂອຊາ ແລະ ເຂົ້າຮ່ວມພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງອາຊຽນ ແລະ ສະຫະພັນບານເຕະໂລກ (FIFA).

ຕອບກັບ

ຂ່າວ/ບົດ​ອື່ນ