ໄຂ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ກອມ​ມູ​ນິດຈີ​ນ ຄັ້ງ​ທີ 5 ຊຸດ​ທີ 19

(VOVWORLD) -ຕອນເຊົ້າວັນທີ 26 ຕຸລາ, ກອງປະຊຸມຄົບຄະນະ ຂອງ ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ຄັ້ງທີ 5 ຊຸດທີ 19 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງໂດຍມີການເຂົ້າຮ່ວມຂອງ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ.
ໄຂ​ກອງ​ປະ​ຊຸມ​ສູນ​ກາງ​ພັກ​ກອມ​ມູ​ນິດຈີ​ນ ຄັ້ງ​ທີ 5 ຊຸດ​ທີ 19 - ảnh 1 ທ່ານ ສິຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ (ພາບ: ຊີນຫວາ)

ທີ່ວາລະໄຂກອງປະຊຸມ, ທ່ານ ສິຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ສະໜີບົດລາຍງາການປະຕິບັດງານ ຕໍ່ໜ້າກອງປະຊຸມ, ພ້ອມທັງອະທິປາຍ “ຂໍ້ສະເໜີແນະຂອງ ສູນກາງພັກກອມມູນິດ ຈີນ ກ່ຽວກັບການສ້າງການວາງແຜນກຳນົດການພັດທະນາເສດຖະກິດ ສັງຄົມ ໄລຍະ 5 ປີ ຄັ້ງທີ 14 ແລະ ບັນດາເປົ້າໝາຍຮອດປີ 2035”.

        ກອງປະຊຸມສູນກາງ ຄັ້ງທີ 5 ຂອງພັກກອມມູນິດ ຈີນ ຊຸດທີ 19 ຈະດຳເນີນໃນລະຫວ່າງ ວັນທີ 26 – 29 ຕຸລາ, ນອກຈາກພິຈາລະນາ ແລະ ຮັບຮອງເອົາການວາງແຜນກຳນົດພັດທະນາເສດຖະກິດ ສັງຄົມ ໄລຍະ 5 ປີ ຄັ້ງທີ 14 (2021 - 2025) ແລະ ບັນດາເປົ້າໝາຍຮອດປີ 2035, ກອງປະຊຸມຄັ້ງນີ້ກໍ່ຈະພິຈາລະນາ “ກົດລະບຽບການປະຕິບັດງານຂອງກຳມະການສູນກາງພັກນກອມມູນິດ ຈີນ”.

ຕອບກັບ

ຂ່າວ/ບົດ​ອື່ນ