ໄຂກອງປະຊຸມສະມັດຊາ ລັດຖະສະພາ ລະຫວ່າງຊາດ ອາຊຽນ ຄັ້ງທີ 39

(VOVWORLD) - ຕອນເຊົ້າວັນທີ 4 ກັນຍາ, ຢູ່ສິງກະໂປ, ໄດ້ດໍາເນີນວາລະໄຂ ກອງປະຊຸມສະມັດຊາ ລັດຖະສະພາ ລະຫວ່າງຊາດ ອາຊຽນ (AIPA) ຄັ້ງທີ 39 ດ້ວຍການເຂົ້າຮ່ວມຂອງ 10 ປະເທດສະມາຊິກໃນພາກພື້ນ. 
ໄຂກອງປະຊຸມສະມັດຊາ ລັດຖະສະພາ ລະຫວ່າງຊາດ ອາຊຽນ ຄັ້ງທີ 39 - ảnh 1ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມສະມັດຊາ  AIPA ຄັ້ງທີ 39

ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ໋ບ໊າຕິ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ. ກ່າວຄໍາເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ສິງກະໂປ Teo Chee Hean ໃຫ້ຮູ້ວ່າ:  ປັດຈຸບັນ, ອາຂຽນພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍ ນັ້ນແມ່ນ ການຫັນປ່ຽນຂອງບັນດາກະແສຄື້ນພູມີສາດການເມືອງ, ຜົນກະທົບຂອງບັນດາບັນຫາຄວາມໝັ້ນຄົງທີ່ກ່ຽວຂ້ອງເຖິງການທະຫານ ແລະ ປອດການທະຫານ. ທ່ານຮອງນາຍົກລັດຖະມົນຕີ ສິງກະໂປຖືວ່າ AIPA ຕ້ອງສຸມໃສ່ 4 ບັນຫາຄື ການສ້າງສາຍຮ່ວມສໍາພັນ, ການປະດິດຄິດສ້າງ, ການຮັບມື ແລະ ບັນຫາດິນຟ້າອາກາດ. ດ້ວຍຖານະເປັນປະທານອາຊຽນ, ສິງກະໂປ ໃຫ້ຄໍາໝັ້ນສັນຍາ ກັບບັນດາປະເທດສະມາຊິກ ວ່າ ຍາມໃດກໍພ້ອມແລ້ວທີ່ຈະຂຸດຄົ້ນບັນດາກາລະໂອກາດໃໝ່ ແລະ ຄວບຄຸມບັນດາສິ່ງທ້າທາຍໃໝ່ທີ່ຫາກໍພົ້ນເດັ່ນຂຶ້ນ. ສໍາລັບວຽກງານຂອງ ກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 39 ນີ້ ແມ່ນການສຸມໃສ່ສ້າງ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ ແລະ ປະດິດຄິດສ້າງ ກໍແມ່ນສິ່ງທີ່ອາຊຽນ ພວມມຸ່ງໄປເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ