ໄຂກອງປະຊຸມສະມັດຊາບໍລິຫານລັດຖະສະພາອາຊີ

(VOVWORLD) - ຕອນເຊົ້າວັນທີ 2 ຕຸລາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ລັດຖະສະພາອາຊີ (APA) ໄດ້ໄຂກອງປະຊຸມສະມັດຊາບໍລິຫານຄັ້ງທີ 1 ດ້ວຍການເຂົ້າຮ່ວມຂອງຜູ້ແທນ 200 ທ່ານມາຈາກ 26 ປະເທດໃນພາກພື້ນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຮ່າງອັກຈ໋ຽນ, ຫົວໜ້າກຳມາທິການຊົນເຜົ່າຂອງສະພາແຫ່ງຊາດ ນຳໜ້າ.
ໄຂກອງປະຊຸມສະມັດຊາບໍລິຫານລັດຖະສະພາອາຊີ - ảnh 1ທ່ານ ຮ່າງອັກຈ໋ຽນ, ຫົວໜ້າກຳມາທິການຊົນເຜົ່າຂອງສະພາແຫ່ງຊາດ ເປັນຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ 

ກ່າວຄຳເຫັນໄຂກອງປະຊຸມ, ສົມເດັດ Heng Samrin, ປະທານສະພາແຫ່ງຊາດ ກຳປູເຈຍ, ປະທານລັດຖະສະພາເອີລົບ ຖືວ່າ, ກອງປະຊຸມຄັ້ງນີ້ແມ່ນເວທີປາໄສສຳຄັນ ສ້າງສະພາບແວດລ້ອມສະດວກໃຫ້ແກ່ບັນດາປະເທດສະມາຊິກແບ່ງປັນທັດສະນະ ແລະ ບັນດາບົດຮຽນທີ່ດີ, ປະກອບສ່ວນຊຸກຍຸ້ຜົນສຳເລັດຜ່ານບັນດາມາດຕະການໃຫ້ແກ່ກອງປະຊຸມຄົບຄະນະຈະມາເຖິງຂອງ APA. ສົມເດັດ Heng Samrin ໄດ້ຕີລາຄາສູງບັນດາຜົນງານຂອງ APA ບັນລຸໄດ້ໃນໄລຍະຜ່ານມາ, ພິສູດໃຫ້ໂລກເຫັນເຖິງຄວາມສຳຄັນຂອງວິໄສທັດ ແລະ ພາລະກຳຂອງ APA ໃນການອຸທິດສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ