ໄຂກອງປະຊຸມສະມັດຊາໃຫຍ່ IPU-146 ຢູ່ບາເຣນ

(VOVWORLD) - ທ່ານ Sheikh Khalid bin Abdullah Al Khalifa, ຮອງນາຍົກລັດຖະມົນຕີ ບາເຣນ ຕາງໜ້າໃຫ້ເຈົ້າຊີວິດ ບາເຣນ ກ່າວບົດປາໄສໄຂບັນດາກອງປະຊຸມຂອງ IPU 146. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນບັນດາສິ່ງທ້າທາຍທົ່ວໂລກໃນປະຈຸບັນທີ່ໄດ້ວາງອອກໃຫ້ບັນດາການນຳ, ລັດຖະບານ...
ໄຂກອງປະຊຸມສະມັດຊາໃຫຍ່ IPU-146 ຢູ່ບາເຣນ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີໄຂກອງປະຊຸມ

ກອງປະຊຸມສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 146 ໄຂຂຶ້ນໃນວັນທີ 11 ມີນາ, ຢູ່ນະຄອນ Manama, ປະເທດ ເຣນ. ດ້ວຍຫົວຂໍ້ວ່າຊຸກຍູ້ການດຳລົງວິດໃນສັນຕິພາບ ແລະ ບັນດາສັງຄົມທີ່ເຊື່ອມໂຍງສຳລັບທຸກຄົນ: ຕ້ານການປະກົດບໍ່ໂອບເອື້ອອາລີ”, IPU 146 ດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 2.000 ທ່ານທີ່ມາຈາກເກືອບ 140 ປະເທດ. ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານຮອງທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ເປັນຫົວໜ້າຄະນະເຂົ້າຮ່ວມຂອງປະຊຸມ IPU 146.

        ທ່ານ Sheikh Khalid bin Abdullah Al Khalifa, ຮອງນາຍົກລັດຖະມົນຕີ ບາເຣນ ຕາງໜ້າໃຫ້ເຈົ້າຊີວິດ ບາເຣນ ກ່າວບົດປາໄສໄຂບັນດາກອງປະຊຸມຂອງ IPU 146. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນບັນດາສິ່ງທ້າທາຍທົ່ວໂລກໃນປະຈຸບັນທີ່ໄດ້ວາງອອກໃຫ້ບັນດາການນຳ, ລັດຖະບານ ແລະ ສະພາແຫ່ງຊາດຂອງບັນດາປະເທດໃນໂລກ ຄວາມຮັບຜິດຊອບໃນການສ້າງລະບົບການເມືອງ, ຄວາມໝັ້ນຄົງ ແລະ ເສດຖະກິດທົ່ວໂລກໃຫ້ມີຄວາມຍຸຕິທຳ, ຄວາມສະເໝີພາບ ແລະ ຄວາມສາມັກຄີ. ບັນດາປະເທດຄວນຍູ້ແຮງການຮ່ວມມືສາກົນເພື່ອແນໃສ່ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ເຄົາລົບນັບຖືບັນດາຫຼັກການຂອງກົດບັດ ສປຊ ແລະ ກົດໝາຍສາກົນ.

        ໃນຂອບເຂດກອງປະຊຸມ, ບັນດາຄະນະຜູ້ແທນລັດຖະສະພາຈະແລກປ່ຽນ ແລະ ປຶກສາຫາລືກ່ຽວກັບບາງຫົວຂໍ້ລວມ, ຄື: ພ້ອມກັນດຳລົງຊີວິດໃນສັນຕິພາບ, ປ້ອງກັນຕ້ານການບຸກໂຈມຕີທາງອິນເຕີເນັດ ແລະ ອາດຊະຍາກຳ, ຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ການປ່ຽນແປງຂອງດິນຟ້າອາກາດ, ຕ້ານຂໍ້ມູນທີ່ບິດເບືອນບໍ່ມີມູນຄວາມຈິງ, ບັນດາເນື້ອໃນເປັນປໍລະປັກ ແລະ ຈຳແນກການປະພຶດໃນເຄືອຂ່າຍອິນເຕີເນັດ.

ຕອບກັບ

ຂ່າວ/ບົດ​ອື່ນ