ໄຂ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ ສະ​ພາສິດ​ທິ​ມະ​ນຸດ​ຄັ້ງ​ທີ 57

(VOVWORLD) - ກອງປະຊຸມຄັ້ງທີ 57 ຂອງສະພາສິດທິມະນຸດ ໄດ້ໄຂຂຶ້ນໃນວັນທີ 9 ກັນຍາ ຢູ່ ສຳນັກງານ ສະຫະປະຊາຊາດ ຢູ່ ເຊີແນວ ປະເທດ ສະວິດ. 
ໄຂ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ ສະ​ພາສິດ​ທິ​ມະ​ນຸດ​ຄັ້ງ​ທີ 57 - ảnh 1ພິທີໄຂກອງປະຊຸມ (ພາບ: UN)

ໃນບົດກ່າວໄຂກອງປະຊຸມ, ທ່ານ Volker Turk, ຂ້າຫລວງໃຫຍ່ສິດທິມະນຸດສະຫະປະຊາຊາດ ໄດ້ເຕື້ອງເຖິງບັນດາບັນຫາຊື່ງໂລກຈະປະເຊີນຫນ້າໃນອະນາຄົດ.  ທ່ານ ໄດ້ເນັ້ນຫນັກວ່າ: ໂລກພວມຢູ່ໃນ “ທາງສາມແຍກ”ທີ່ອັນຕະລາຍ ແລະອາດຈະຕົກເຂົ້າສູ່ອະນາຄົດອັນມືດມົວຖ້າຫາກບໍ່ມີການກະທຳຕໍ່ຫນ້າບັນດາສິ່ງທ້າທາຍປະຈຸບັນ.

ຄຽງຄູ່ກັນນັ້ນ, ຂ້າຫລວງໃຫຍ່ ສະພາສິດທິມະນຸດ ສະຫະປະຊາຊາດ ກໍ່ເຕື້ອງເຖິງເລື່ອງ ປີນີ້ ແມ່ນປີທີ່ດຳເນີນການເລືອກຕັ້ງສຳຄັນຢູ່ຫລາຍປະເທດ. ທ່ານຮຽກຮ້ອງຜູ້ມີສິດເລືອກຕັ້ງຕ້ອງມີການຕີລາຄາຢ່າງລະອຽດກ່ຽວກັບບັນດາຜູ້ສະໝັກເລືອກຕັ້ງກ່ອນທີ່ຈະຄັດເລືອກ. ຕາມທ່ານຂ້າຫລວງໃຫຍ່ແລ້ວ, ສະພາບການປົກກະຕິໃຫມ່ຂອງໂລກ ບໍ່ອາດແມ່ນການເຄັ່ງຕຶງດ້ານການຕໍ່ສູ້ດ້ວຍອາວຸດທີ່ໂຮດຮ້າຍ ແລະ ບັນດາວິທີການສົງຄາມ. ທ່ານກໍ່ມີຄແຈ້ງເຕືອນຕໍ່ສະພາບແຜ່ຂະຫຍາຍຂໍ້ມູນທີ່ຜິດເຂວທີ່ພວມນັບມື້ນັບຮ້າຍແຮງຢູ່ໃນໂລກປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ