ໄຂກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ

(VOVWORLD) -ເລື່ອງຈັດກອງປະຊຸມດັ່ງກ່າວກ່ອນທີ່ດຳເນີນກອງປະຊຸມຂອງສະພາແຫ່ງຊາດໃນແຕ່ລະເທື່ອ ເພື່ອປະກອບຄຳເຫັນໃສ່ຮ່າງກົດໝາຍບາງສະບັບທີ່ຍັງມີຄວາມເຫັນແຕກຕ່າງກັນນັ້ນ ເພື່ອແນໃສ່ຍົກສູງຄຸນນະພາບບັນດາຮ່າງກົດໝາຍ, ມະຕິທີ່ຍືນສະເໜີຕໍ່ສະພາແຫ່ງຊາດ.
ໄຂກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ - ảnh 1(ພາບປະກອບ: TTXVN)

ໃນລະຫວ່າງວັນທີ 07 – 08 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດ ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍ 6 ສະບັບ, ຮ່າງມະຕິ 1 ສະບັບ ເພື່ອຍືນສະເໜີຕໍ່ສະພາແຫ່ງຊາດທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ເຊິ່ງດຳເນີນໃນເດືອນ ຕຸລາ ຈະມາເຖິງ. ບັນດາຮ່າງກົດໝາຍທີ່ນຳມາປະກອບຄຳຄິດຄຳເຫັນລວມມີ: ກົດໝາຍວ່າດ້ວຍການກວດກາ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປະຕິບັດປະຊາທິປະໄຕຢູ່ຂັ້ນຮາກຖານ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຟອກເງິນ (ສະບັບປັບປຸງ)…

        ເລື່ອງຈັດກອງປະຊຸມດັ່ງກ່າວກ່ອນທີ່ດຳເນີນກອງປະຊຸມຂອງສະພາແຫ່ງຊາດໃນແຕ່ລະເທື່ອ ເພື່ອປະກອບຄຳເຫັນໃສ່ຮ່າງກົດໝາຍບາງສະບັບທີ່ຍັງມີຄວາມເຫັນແຕກຕ່າງກັນນັ້ນ ເພື່ອແນໃສ່ຍົກສູງຄຸນນະພາບບັນດາຮ່າງກົດໝາຍ, ມະຕິທີ່ຍືນສະເໜີຕໍ່ສະພາແຫ່ງຊາດ. ກ່ອນດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຜ່ານມາ, ຄະນະປະຈຳສະພາແຫ່ງຊາດ ກໍ່ຈັດກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ (ເດືອນ ມີນາ) ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍ 4 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ