ໄຂກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ

(VOVWORLD) - ຕາມຂໍ້ກຳນົດປະຈຸບັນ, ກ່ອນທີ່ຈະຈັດກອງປະຊຸມປະຈຳຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຈະຈັດກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ ເພື່ອປະກອບຄຳເຫັນໃສ່ບັນດາຮ່າງກົດໝາຍທີ່ຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ, ປະກອບຄຳເຫັນ...

ຕອນເຊົ້າວັນທີ 26 ມີນາ, ຢູ່ຫໍສະພາແຫ່ງຊາດ, ທີ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ຈັດກອງປະຊຸມສະມາຊິກສະພາແຫ່ງຊາດ ສະເພາະກິດ ຄັ້ງທີ 5, ອາຍຸການຊຸດທີ XV ເພື່ອປຶກສາຫາລືບາງເນື້ອໃນເພື່ອຍື່ນສະເໜີຕໍ່ກອງປະຊຸມສະພາແຫ່ງຊາດສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XV. ທີ່ກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ 8 ສະບັບ, ໃນນັ້ນມີ: ຮ່າງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍທາງບົກ; ຮ່າງກົດໝາຍປັບປຸງ, ເພີ່ມເຕີມ ບາງມາດຕາຂອງກົດໝາຍວ່າດ້ວຍການປະມູນຊັບສິນ ແລະ ຮ່າງກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ).

        ຕາມຂໍ້ກຳນົດປະຈຸບັນ, ກ່ອນທີ່ຈະຈັດກອງປະຊຸມປະຈຳຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຈະຈັດກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດ ເພື່ອປະກອບຄຳເຫັນໃສ່ບັນດາຮ່າງກົດໝາຍທີ່ຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ, ປະກອບຄຳເຫັນ, ຮັບຮອງເອົາທີ່ກອງປະຊຸມສະພາແຫ່ງຊາດຄັ້ງຈະມາເຖິງ. ນີ້ແມ່ນກອງປະຊຸມສະມາຊິກສະພາແຫ່ງຊາດ ສະເພາະກິດຄັ້ງທີ 5 ທີ່ໄດ້ຈັດຂຶ້ນໃນອາຍຸການສະພາແຫ່ງຊາດຊຸດທີ XV.

ຕອບກັບ

ຂ່າວ/ບົດ​ອື່ນ