ໄຂກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດປະກອບຄຳເຫັນໃສ່ ຮ່າງລັດຖະທຳມະນູນປີ 1992 (ສະບັບປັບປຸງ)

ໄຂກອງປະຊຸມສະມາຊິກສະພາແຫ່ງຊາດສະເພາະກິດປະກອບຄຳເຫັນໃສ່ ຮ່າງລັດຖະທຳມະນູນປີ 1992 (ສະບັບປັບປຸງ) - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 25 ກັນຍາ, ບັນດາ​ສະມາຊິ​ກສະພາ​ແຫ່ງ​ຊາດ​ສະ​ເພາ​ະກິດ ​ເລີ່​ມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ເປັນ​ເວລາ 2 ວັນ ຢູ່​ຮ່າ​ໂນ້ຍ, ​​ເພື່ອ​ໃຫ້​ຄຳ​ເຫັນ​ໃສ່ 2 ​ເນື້ອ​ໃນ​ສຳຄັນ​ນັ້ນ​ແມ່ນຮ່າງ​ລັດຖະທຳ​ມະນູ​ນປີ 1992 (ສະບັບ​ປັບປຸງ) ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ກອນ​ທີ່​ຍື່ນ​ສະ​ເໜີ​ຕໍ່ກອງ​ປະຊຸມ​ຄັ້ງ​ທີ 6, ຄາດ​ວ່າ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 21 ຕຸລາ ຈະ​ມາ​ເຖິງ. ກ່າວປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ​່ງຊາດ ຫງວຽນ​ຊິງ​ຮຸ່ງ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດຈະ​ປະກອບ​ຄຳ​ເຫັນ​ເພື່ອ​​ໃຫ້ຮ່າງ​ລັດຖະທຳ​ມະນູນປີ 1992 (ສະບັບ​ປັບປຸງ) ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ) ບັນລຸ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ສຸງສຸດ​ກ່ຽວ​ກັບ​ດ້ານ​ຄຸນ​ນະພາ​ບ.

        ​ວັນ​ທີ 25 ກັນຍາ ນີ້, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ຊຸມ​ໃສ່​ປະກອບຄຳ​ເຫັນ​​ໃສ່ຮ່າງ​ລັດຖະທຳ​ມະນຸູນປີ 1992 (ສະບັບ​ປັບປຸງ) ດ້ວຍ​ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່​ຄື: ບົດບາດ​ຊີ້ນ​ຳ, ນຳພາ​ຂອງ​ພັກ, ບົດບາດ​ຂອງ​ແນ​ວ​ໂຮມ​ປະ​ເທດ​ຊາດ, ກຳມະບານ, ບັນດາ​ພາກສ່ວນ​ເສດຖະກິດ ​ແລະ ບົດບາດ​ແກ່ນສານຂອງ​ເສດຖະກິດ​​ແຫ່ງ​ລັດ... ຕາງ​ໜ້າ​ຄະນະ​ຮຽບຮຽງ​ປັບປຸງ​ລັດຖະທຳ​ມະນຸ​ນ, ທ່ານ ຟານ​ຈຸ​ງລີ໋, ຫົວໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ຢ່າງ​ລະອຽດ, ສະ​ແດງ​ທັດສະນະ​ຂອງ​ຕົນ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ເລື່ອງ​ສືບ​ຕໍ່​ການປັບປຸງຮ່າງ​ລັດຖະທຳ​ມະນູນປີ 1992 (ສະບັບ​ປັບປຸງ) ກ່ອນ​ທີ່​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ່ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ວັນ​ທີ 26 ກັນຍາ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຈະ​ປຶກສາ​ຫາລືຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ