ໄຂກອງປະຊຸມສະໄໝສາມັນປະຈຳເດືອນ 5 ຂອງລັດຖະບານ

ໄຂກອງປະຊຸມສະໄໝສາມັນປະຈຳເດືອນ 5 ຂອງລັດຖະບານ - ảnh 1
ກອງປະຊຸມສະໄໝສາມັນປະຈຳເດືອນ 5 ຂອງລັດຖະບານ
(ພາບ: VGP)

(vovworld) - ​ດັ່ງ​ທີ່ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ​ໂດຍພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່າ​ນ ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung, ວັນ​ທີ 27/5, ລັດຖະບານ​ໄດ້​ຈັດ​ກອງປະ​ຊຸມ​ສະ​ໄໝ​ສາມັນປະຈຳ​ເດືອນ 5. ທີ່​ກອງ​ປະຊຸມ, ທ່າ​ນາຍົກລັດຖະມົນຕີ Nguyen Tan Dung ​ເນັ້ນ​ໜັກ​ວ່າ: ຕ້ອງ​ຢືດໝັ້ນການ​ປະຕິບັດ​ບັດ​ດາ​ຈຸດໝາຍ​ພັດທະນາ​ເສດຖະກິດ, ສັງຄົມ ທີ່​ໄດ້​ວາງ​ອອກ​ໃນ​ປີ 2012, ​ເລື່ອງ​ໜູນ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຜະລິ​ດດຳ​ເນີນ​ທຸລະ​ກິດ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ຮັກສາ​ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ບົນ​ພື້ນຖານ​ບັນດາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ບັນດາ​ສະມາຊິກ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເຫັນ​ດີ​ສຸມ​ໃສ່​ເພີ່ມ​ຍອດ​ຄວາມ​ຕ້ອງການ​ໃຫ້​ແກ່​ພື້ນຖານ​ເສດຖະກິດ, ໜູນ​ຊ່ວຍ​ຕະຫຼາດ. ນີ້ບໍ່​ແມ່ນ​ບ້ວງ​ກະຕຸ້ນ​ຄວາມ​ຕ້ອງການ​ໃໝ່​ຂອງ​ລັດຖະບານ ຫາກ​ແມ່ນ ​ເພີ່ມຍອດ​ຄວາມ​ຕ້ອງການຕາມ​ແຜນການ​ທີ່​ໄດ້​ວາງ​ອອກ​​ໃນ​ຕົ້ນ​ປີ ​ແລະ ​ບໍ່​ປະໃຫ້​ໄພ​ເງິນ​ເຟີ້​​ກັບ​ຕ່າວ​ຄືນ​ມາ.

 

ຂ່າວ/ບົດ​ອື່ນ