ໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 36 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ຢູ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຫຼາຍເນື້ອໃນສຳຄັນ, ພິເສດ, ຄະນະປະຈຳສະພາແຫ່ງຊາດຈັດການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມສຳລັບລັດຖະມົນຕີ 3 ທ່ານ.

ຕອນເຊົ້າວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂກອງປະຊຸມຄັ້ງທີ 36. ໂດຍໄດ້ດຳເນີນໃນເວລາ 4 ມື, ຢູ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຫຼາຍເນື້ອໃນສຳຄັນ, ພິເສດ, ຄະນະປະຈຳສະພາແຫ່ງຊາດຈັດການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມສຳລັບລັດຖະມົນຕີ 3 ທ່ານ. ຄະນະປະຈຳສະພາແຫ່ງຊາດກໍ່ປະກອບຄຳເຫັນກ່ຽວກັບການຈັດຕັ້ງເວທີປາໄສສະພາແຫ່ງຊາດວ່າດ້ວຍການການເຄື່ອນໄຫວຕິດຕາມກວດກາ; ປະກອບຄຳເຫັນກ່ຽວກັບຮ່າງແຜນການຕິດຕາມກວດກາ ແລະ ແຜນຮ່າງບົດລາຍງານຂອງຄະນະຕິດຕາມກວດກາກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍພັດທະນາ ແລະ ການນຳໃຊ້ແຫຼ່ງຊັບພະຍາກອນມະນຸດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ - ສັງຄົມ, ເປັນຕົ້ນແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ຕອບກັບ

ຂ່າວ/ບົດ​ອື່ນ