ໄຂກອງປະຊຸມສາກົນກ່ຽວກັບ ຊີຣີ ໂດຍ ອີຣານ ເປັນເຈົ້າພາບ

ໄຂກອງປະຊຸມສາກົນກ່ຽວກັບ ຊີຣີ ໂດຍ ອີຣານ ເປັນເຈົ້າພາບ - ảnh 1
ພາບປະກອບ: internet

(vovworld) -  ກອງ​ປະຊຸມ​ສາກົນ​ໂດຍ ອີຣານ ​ເປັນ​ເຈົ້າພາບ​ ຖືກ​ໄຂ​ຂຶ້ນ​ຢູ່​ນະຄອນຫລວງ ​​ເຕ​ເຮຣານ ​ໃນ​ວັນ​ທີ 9/8 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ທີ່​ມາ​ຈາກ​ເກືອບ 30 ປະ​ເທດ ໄດ້​ປຶກສາ​ຫາລື​ກ່ຽວກັບ​ການ​ປະ​ທະ​ກັນ​ຢູ່ ຊີຣີ ​. ກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ Ali Akbar Salehi ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ ​ໄດ້​ຮຽກຮ້ອງ​ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ​ລະຫວ່າງ​ລັດຖະບານ ຊີຣີ ​ແລະ ຝ່າຍ​ຄ້ານ ພ້ອມ​ທັງ​ກ່າວ​ເຕືອນ​ວ່າ ການ​ໂອ້​ລົມ​ສົນທະນາ​ຊົນ​ຊາດ ​ແມ່ນ​ວິທີ​ຫນຶ່ງ​ດຽວ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ການ​ເມືອງ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ທ່ານ Salehi ​ເນັ້ນ​ຫນັກ​ວ່າ: ​ເຕ​ເຮຣານ ປະຕິ​ເສດ​ທຸກ​ການ​ແຊກ​ແຊງ​ຂອງຕ່າງ​ປະ​ເທດ​ຫລື​ການ​ກະທຳ​ທາງ​ການ​ທະຫານ​ໃດໆ​ທີ່​ມີ​ຕໍ່​ຊີຣີ ​ແລະ ສະຫນັບສະຫນູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສະຫະ​ປະຊາ​ຊາດ​ເພ່ືອ​ແກ້​ໄຂ​ວິ​ກິດ​ການການ​ເມືອງ​ຢູ່​ປະ​ເທດ​ນີ້. ​ໃນ​ວັນ​ດຽວ​ກັນ, ກຳລັງ​ລຸກ​ຮື​ຂຶ້ນ​ຂອງ​ທະຫານ​ເສລີ ຊີຣີ ​ໄດ້​ຖອນ​ກຳລັງ​ທັງ​ໝົດ​ອອກ​ຈາກ​ເມືອງ Salaheddin ຢູ່ ນະຄອນ Aleppo ຢູ່​ພາກ​ເຫນືອ ຊີ​ຣີ./.

ຂ່າວ/ບົດ​ອື່ນ