ໄຂກອງປະຊຸມສາກົນອະນາຄົດຂອງອາຊີ

ໄຂກອງປະຊຸມສາກົນອະນາຄົດຂອງອາຊີ - ảnh 1

ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ

(vovworld) – ວັນ​ທີ 23/5, ຢູ່​ໂຕ​ກຽວ, ກອງ​ປະຊຸມ​ສາກົນ​ອະນາຄົດ​ຂອງ​ອາຊີ ຄັ້ງ​ທີ 19 ​ໂດຍ​ໜັງສືພິມ Nikkei ​ແລະ ສູນ​ຄົ້ນ​ຄ້ວາ​ເສດຖະກິດ​ຂອງ​ຍີ່ປຸ່ນ​ສົມທົບ​ກັນຈັດ​ຕັ້ງ​ ​ໄດ້​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ. ​ເຂົ້າ​ຮ່ວມກອງ​ປະຊຸມ​ມີ​​ບັນດາ​ເຈົ້າ​ໜ້າ​ທີ່, ນັກຮຽນ​ຮູ້​ປະ​ເທດ​ຕ່າງໆ ​ໃນ​ນັ້ນ​ມີ​ທ່ານ​ຮອງ​ນາຍົກ​ລົດ​ຖະມົນຕີ​ຫວຽດນາມ ຫງວຽນ​ທ້ຽນ​ເຍິນ… ດ້ວຍ​ຫົວ​ຂໍ້​ວ່າ “ອາຊີ​ຊອກ​ຫາ​ເສັ້ນທາງ​ຮ່ວມ​ສຳພັນ ​ແລະ ​ເຊື່ອມ​ໂຍງ“.​ໃນ​ມື້​ທຳ​ອິດ​ຂອງ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ເຄັ່ງ​ຕຶງ​ຫວ່າງ​ແລ້ວ​ນີ້​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ​ແລະ ອະນາຄົດ​ຂອງ​ຈີນ ກໍ່​ຄື​ສະພາບ​ການ​ເສດຖະກິດ​ໃນ​ພາກ​ພື້ນ. ​ເມື່ອ​ເຕື້ອງ​​ເຖິງຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ຈີນ ​ແລະ ຟີ​ລິບ​ປິນ ຍ້ອນ​ການ​ພິພາດ​ອະທິປະ​ໄຕ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຟີ​ລິບ​ປິນ Albert del Rosario ຢືນຢັນ​ວ່າ ຄຳ​ຮຽກ​ສິດທາ​ງ 9 ຕອນ​ຂອງ​ຈີນ​ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ການລະ​ເມີດ​ກົດໝາຍວ່າ​ດ້ວຍ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ​ຢ່າງ​ຮ້າຍ​ແຮງ.

ກ່ອນ​ໜ້າ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ Fumio Kishida ກໍ່​ຮຽກຮ້ອງ​ຕ້ອງ​ປະຕິບັດ​ກົດໝາຍສາກົນ​ໃນ​ການ​ພິພາດ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ​ລັດຖະມົນຕີ Fumio Kishida ຢືນຢັນ​ວ່າ:

“ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຈີນ​ຕາ​ເວັນ​ອອກ ພວມ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ​ເຂດ​ທະ​ເລ​ທີ່​ໝັ້ນຄົງ​ແມ່ນ​ຜົນ​ປະ​ໂຫຍ​ດລວມບໍ່​ພຽງ​ແຕ່​ຂອງ​ພາກ​ພື້ນ ຫາກ​ຂອງ​ທັງ​ປະຊາ​ຄົມ​ໂລກ​ອີກ. ຕ້ອງ​ອີງ​​ໃສ່​ພື້ນຖານ​ດ້ານ​ກົດໝາຍ ຫາກ​ບໍ່​ອີງ​ໃສ່ກຳລັງ​ແຮງ​ເພື່ອ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ພ້ອມ​ທັງ​ຮັບປະກັນ​ຄວາມ​ເສລີ ​ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແມ່ນ​ປັດ​ໃຈ​ທີ່​ຂາດ​ບໍ່​ໄດ້​ສຳລັບ​ສັນຕິພາບ ​ແລະ ຄວາມ​ຈະ​ເລີ​ນ​ໃນ​ພາກ​ພື້ນ“.

ສ່ວນ​ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ເພື່ອ​ຜ່ານ​ຜ່າ​ຄວາມ​ແຕກ​ຕ່າງ​ກັນ ​ແລະ ​ແກ້​ໄຂ​ການ​ພິພາດ​ກັນ​ໂດຍ​ສັນຕິ​ວິ​ທີ. ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍິນ ກ່າວ​ວ່າ:

“​ເຂົ້າ​ຮ່ວມ​ບັນດາ​ກົນ​ໄກ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແມ່ນ​ວິທີ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຜ່ານ​ນັ້ນ​ຫຼຸດຜ່ອນ​ໄພ​ເກີດ​ການ​ປະ​ທະ​ກັນ. ພຶດ​ຕິ​ກຳ​ຕົວ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ​ ລະດັບການ​ຮ່ວມ​ມື ​ແລະ ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍິ່ງ​ສຸງປານ​ໃດ, ​ໄພ​ເກີດ​ການ​ປະ​ທະ​ກັນ​ຍິ່ງຕຳ່​ເທົ່າ​ນັ້ນ ​ແລະ ຍິ່ງ​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ກໍ່​ຄື​ຂອງ​ທັງ​ພາກ​ພື້ນ. ຍ້ອນ​ເຫດ​ນັ້ນ, ຍາມ​ໃດ​ຫວຽດນາມ​ກໍ່​ເຂົາ​ຮ່ວມ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື, ຮ່ວມ​ສຳພັນ​ໃນ​ພາກ​ພື້ນ ຢ່າງ​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ“.

​ໃນ​ວັນ​ດຽວ​ກັນ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Sin – do A – be ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫງວຽນ​ທ້ຽນ​ເຍິນ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຮ່ວມ​ມື​ຢ່າງ​​ແໜ້ນ​ແຟ້ນ ​ເພື່ອ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ພັດທະນາ​ນັບ​ມື້​ນັບ​ເລິກ​ເຊິ່ງ, ​ກວ້າງຂວາງ ແລະ​ ມີ​ປະສິດທິ​ຜົນ.

​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫງວຽນ​ທ້ຽນ​ເຍິນ ​ໄດ້​ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ປະທານ​ອົງການ​ຮ່ວມ​ມື​ສາກົນ​ຍີ່ປຸ່ນ (JICA). ປະທານ​ລັດຖະສະພາ​ມິດຕະພາບ​ຍີ່ປຸ່ນ - ຫວຽດນາມ , ການ​ນຳ​ເວທີ​ປາ​ໄສ​ເສດຖະກິດ ຍີ່ປຸ່ນ - ຫວຽດນາມ… ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ການ​ຮ່ວມ​ມື​ລະຫວ່າງ​ສູນ​ຄົ້ນ​ຄ້ວາ​ຊັບພະຍາກອນ​ໝັ້ນຄົງ​ຍີ່ປຸ່ນ ​ແລະ ສະ​ຖາ​ບັນ​ສືບ​ພັນ​ກະ​ສີ​ກຳ​ຫວຽດນາມ.

ຂ່າວ/ບົດ​ອື່ນ