ໄຂກອງປະຊຸມສຳມະນາ ມະຫາສະໝຸດອິນເດຍ ຄັ້ງທີ 3

(VOVWORLD) - ການເພີ່ມທະວີການພົວພັນແລກປ່ຽນກ່ຽວກັບເສດຖະກິດ, ການເມືອງ, ວັດທະນະທຳ ເຊິ່ງພວມແມ່ນກຳລັງໜູນຊຸກຍູ້ສະຕະວັດຂອງ ອາຊີ ກາຍເປັນສະຕະວັດ ມະຫາສະໝຸດອິນເດຍ - ອາຊີ - ປາຊີຟິກ.
ໄຂກອງປະຊຸມສຳມະນາ ມະຫາສະໝຸດອິນເດຍ ຄັ້ງທີ 3 - ảnh 1 ກອງປະຊຸມສຳມະນາມະຫາສະໝຸດ ອິນເດຍ ຄັ້ງທີ 3

ກອງປະຊຸມສຳມະນາມະຫາສະໝຸດ ອິນເດຍ ຄັ້ງທີ 3 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 27 ສິງຫາ, ຢູ່ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມສຳມະນາມີການເຂົ້າຮ່ວມຂອງຜູ້ແທນ 250 ທ່ານທີ່ມາຈາກ 43 ປະເທດ, ໃນນັ້ນມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ, ທ່ານນາຍົກລັດຖະມົນຕີ ສີລັງກາ Ranil Wickremsinghe, ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ Sushma Swaraj, ທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ Vivian Balakrishnan.

        ກ່າວຄຳເຫັນທີ່ວາລະໄຂ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ເນັ້ນໜັກວ່າ: ການເພີ່ມທະວີການພົວພັນແລກປ່ຽນກ່ຽວກັບເສດຖະກິດ, ການເມືອງ, ວັດທະນະທຳ ເຊິ່ງພວມແມ່ນກຳລັງໜູນຊຸກຍູ້ສະຕະວັດຂອງ ອາຊີ ກາຍເປັນສະຕະວັດ ມະຫາສະໝຸດອິນເດຍ - ອາຊີ - ປາຊີຟິກ. ພາກພື້ນນີ້ພວມນັບມື້ນັບກາຍເປັນອົງກອນເອກະພາບ. ແຕ່ເຖິງຢ່າງໃດກໍ່ຕາມ, ບໍ່ອາດປະຕິເສດເລື່ອງພາກພື້ນນີ້ກໍ່ພວມຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ຕາມ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ແລ້ວ, ໃນຂະນະທີ່ເດີນຕາມຜົນປະໂຫຍດແຫ່ງຊາດ, ຫວຽດນາມ ກໍ່ເດີນຕາມບັນດາຜົນປະໂຫຍດລວມຂອງພາກພື້ນ. ຫວຽດນາມ ຢຶດໝັ້ນນະໂຍບາຍການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍໃນການພົວພັນການຕ່າງປະເທດ.

ດ້ວຍຫົວຂໍ້ວ່າ “ສ້າງໂຄງສ້າງພາກພື້ນ”, ກອງປະຊຸມສຳມະນາສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາຄວາມໝັ້ນຄົງ, ເສດຖະກິດ, ການຄ້າຢູ່ພາກພື້ນມະຫາສະໝຸດ ອິນເດຍ ແລະ ບັນດາເຂດອ້ອມຂ້າງໃນພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ; ກ່ຽວກັບການສ້າງໂຄງສ້າງພາກພື້ນພວມໄດ້ຮັບການສ້າງຕັ້ງຢ່າງເປັນຮູບປະທຳ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດກ່ຽວຂ້ອງໃນການສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບນັບຖືບັນດາມາດຖານ ແລະ ກົດໝາຍສາກົນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ຄຸ້ມຄອງມະຫາສະໝຸດ ແລະ ແກ້ໄຂອາດຊະຍາກຳແບບໃໝ່ບົນທະເລ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ