ໄຂກອງປະຊຸມສຳມະນາທິດສະດີຄັ້ງທີ12ລະຫວ່າງພັກກອມມູນິດຫວຽດນາມແລະພັກກອມມູນິດຈີນ

ໄຂກອງປະຊຸມສຳມະນາທິດສະດີຄັ້ງທີ12ລະຫວ່າງພັກກອມມູນິດຫວຽດນາມແລະພັກກອມມູນິດຈີນ - ảnh 1
ໄຂກອງປະຊຸມສຳມະນາທິດສະດີຄັ້ງທີ12ລະຫວ່າງ
ພັກກອມມູນິດຫວຽດນາມແລະພັກກອມມູນິດຈີນ
(ພາບ: vtv)

(vovworld) - ຕອນ​ເຊົ້າ​ວັນ​ທີ 23/12 ຢູ່ ຮ່າ​ໂນ້ຍ ​​​ໄດ້ໄຂ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 12 ລະຫວ່າງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ກອມ​ມູນິດ ຈີນ ດ້ວຍ​ຫົວ​ຂໍ້​ວ່າ “ກໍ່ສ້າງ​ພັກ​ໃນ​ເງື່ອນ​ໄຂ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ - ສິ່ງ​ທ້າ​ທາຍ, ບົດຮຽນ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ກອມ​ມູນິດ ຈີນ”.

        ກ່າວ​ຄຳ​ເຫັນ​ທີ່​ວາລະ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຟ້າ​ມມີ​ງຈີ​ງ ຫົວໜ້າຄະນະ​ຈັດ​ຕັ້ງ​ສູນ​ກາງ, ຫົວໜ້າ​ຄະນະ​ຜູ້​ແທນ ພັກ​ກອມ​ມູນິດ ຫວຽດນາມ ​ແນະນຳ​ທັດສະນະ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ກ່ຽວ​ກັບ​ການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ ​ແລະ ບັນດາ​ໂອກາດ, ສິ່ງ​ທ້າ​ທາຍ​ພວມ​ວາງ​ອອກ​ສຳລັບ​ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ວິວັດທະນາ​ການ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ; ລົງ​ເລິກ​ເຂົ້າ​ໃນ​ການ​ໄຈ້​ແຍກ, ສະຫລຸບ​ບັນດາ​ບົດຮຽນ ​ແລະ ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ໃນ​​ເລື່ອງ​ເພີ່ມ​ທະວີການປັບປຸງ, ກໍ່ສ້າງ​ພັກ​​ໃຫ້ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ.

        ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມທ່ານ ລື​ວຈີ໋ປາວ ກຳມະການກົມ​ການ​ເມືອງ, ​ເລຂາ​ຄະນະ​ເລຂາ, ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ, ຫົວ​ໜ້າ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຈີນ ​ໄດ້​ສຸມ​ໃສ່​ແນະນຳ​​ທັດສະນະ, ຄວາມ​ຮັບ​ຮູ້ ​ແລະ ບັນດາ​ບົດຮຽນ​ຂ​ອງພັກ​ກອມ​ມູນິດ ຈີນ ​ໃນ​ວຽກ​ງານ​ການ​ເມືອງ​ແນວ​ຄິດ, ຍົກສູງ​ກຳລັງ​ຄວາມ​ສາມ​າດກຳ​ອຳນາດ​ຂອງ​ພັກ, ກໍ່ສ້າງ​ແບບ​ແຜນຊື່ສັດ​ບໍລິສຸດ, ​ໃກ້ຊິດ​ກັບ​ປະຊາຊົນ, ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ພັກຮອບດ້ານ​ຢ່າງ​ເຂັ້ມ​ງວດ, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ແບບຢ່າງ​ຂອງ​ພະນັກ​ງານ, ສະມາຊິກ​ພັກ, ກ່ອນ​ອື່ນ​ໝົດ​ແມ່ນ​ພະນັກງານ​ການ​ນຳ​ທຸກ​ຂັ້ນ.

ຂ່າວ/ບົດ​ອື່ນ