ໄຂກອງປະຊຸມສຳມະນາທິດສະດີລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ

(VOVWORLD) - ຕອນເຊົ້າວັນທີ 3 ສິງຫາ, ຢູ່ເມືອງເກາະ ຟູ໋ກວກ, ແຂວງ ກຽນຢາງ ໄດ້ດຳເນີນກອງປະຊຸມສຳມະນາທິດສະດີຄັ້ງທີ 5 ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ. 
ໄຂກອງປະຊຸມສຳມະນາທິດສະດີລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ - ảnh 1ກອງປະຊຸມສຳມະນາທິດສະດີຢູ່ຟູ໋ກວກ 

ກອງປະຊຸມສຳມະນາທິດສະດີລະຫວ່າງ 2 ພັກ ໄດ້ດຳເນີນໃນຈຸດເວລາທີ່ 2 ປະເທດ ຫວຽດນາມ - ລາວ ພວມຈັດຕັ້ງການເຄື່ອນໄຫວຟົດຟື້ນຫຼາຍຢ່າງສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ, ຕີລາຄາບາດກ້າວສຳຄັນໃນວິວັດທະນາການພັດທະນາຢູ່ແຕ່ລະປະເທດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດານັກວິທະຍາສາດ 2 ປະເທດພ້ອມກັນແລກປ່ຽນບົດຮຽນ, ປຶກສາຫາລືກ່ຽວກັບບັນດາບັນຫາພວມວາງອອກຈາກພຶດຕິກຳຕົວຈິງແຫ່ງການພັດທະນາປະເທດຊາດຢ່າງວ່ອງໄວ ແລະ ໝັ້ນຄົງພາຍໃຕ້ການນຳພາຂອງສອງພັກ, ສອງລັດ ຫວຽດນາມ -ລາວ. ຫົວຂໍ້ຂອງກອງປະຊຸມສຳມະນາຄັ້ງນີ້ແມ່ນປຶກສາຫາລືກ່ຽວກັບ “ການພັດທະນາໄວ, ຍືນຍົງ”. ຫຼາຍປີທີ່ຜ່ານມາ, ທັດສະນະໃນການພັດທະນາໄວ ແລະ ຍືນຍົງຂອງພັກກອມມູນິດ ຫວຽດນາມ ໄດ້ນຳມາເຊິ່ງໝາກຜົນຕັ້ງໜ້າ, ນຳ ຫວຽດນາມ ຫລຸດພົ້ນອອກຈາກປະເທດທຸກຍາກ, ດ້ອຍພັດທະນາກາຍເປັນປະເທດພວມພັດທະນາມີລາຍຮັບປານກາງ, ກຳລັງແກ່ງແຍ້ງແຫ່ງຊາດຂອງ ຫວຽດນາມ ໄດ້ຮັບການປັບປຸງ, ອັດຕາຄອບຄົວທຸກຍາກຫລຸດລົງແຕ່ 15,5% ໃນປີ 2006 ລົງເຫຼືອພຽງ 4,5% ໃນປີ 2015.

        ກອງປະຊຸມສຳມະນາທິດສະດີຄັ້ງທີ 5 ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ຈະດຳເນີນໃນວັນທີ 3 ແລະ 4 ສິງຫາ ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ