ໄຂກອງປະຊຸມຫນ່ວຍປະຕິບັດງານ ໂທລະຄົມມະນາຄົມ APEC ຄັ້ງທີ 45

ໄຂກອງປະຊຸມຫນ່ວຍປະຕິບັດງານ     ໂທລະຄົມມະນາຄົມ APEC ຄັ້ງທີ 45 - ảnh 1
ກອງປະຊຸມ​ຫນ່ວຍ​ປະຕິບັດ​ງານ​ໂທລະ​ຄົມມະນາຄົມ APEC 45
ພາບ: internet

(vovworld)-  ກອງປະຊຸມ​ຫນ່ວຍ​ປະຕິບັດ​ງານ​ໂທລະ​ຄົມມະນາຄົມ APEC 45 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 9/4 ຢູ່​ນະຄອນ Da Nang ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​​ແທນ 150 ທ່ານ​ທີ່ຕາງຫນ້າ​ໃຫ້​ບັນດາ​ອົງການ​ຄຸ້ມ​ຄອງ ​ແລະ ​ວິ​ສາ​ຫະກິດ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC ​ແລະ ອົງການ​ຈັດ​ຕັ້ງ​ຈຳນວນ​ຫນຶ່ງ. ​ໃນ​ການ​ເຮັດ​ວຽກ​ມາ​ເປັນ​ເວລາ 3 ວັນ, ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ຕີ​ລາຄາ​ບັນດາ​ຊ່ອງ​ຫວ່າງ ​ແລະ ສິ່ງ​ທ້າ​ທາຍ​ທີ່​ກ່ຽວຂ້ອງ​ເຖິງ​ດ້ານ​ເຕັກນິກ​​ເທັກ​ໂນ​ໂລ​ຊີ ​ແລະ ກຳລັງ​ຄວາມ​ສາມາດ​ລະຫວ່າງ​ບັນດາ​ພື້ນຖານ​ເສດຖະກິດ, ພ້ອມ​ທັງ​ຮັບ​ຮູ້​ຄວາມຫຍູ້​ງຍາກ, ສິ່ງ​ທ້າ​ທາຍ ​ແລະ ຍົກ​ອອກ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ສອດຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ແຕ່ລະ​ປະ​ເທດ​ຄື: ບັນຫາ​ຮັບປະກັນ​ຄວາມ​ໝັ້ນຄົງ​ຄອມພິວ​ເຕີ, ​ໂທລະ​ຄົມມະນາຄົມ​ຮີບ​ດ່ວນ, ນະ​ໂຍບາຍ​ການແກ້ງ​ແຍ້​ງ.

 

ຕອບກັບ

ຂ່າວ/ບົດ​ອື່ນ